ໂຕ່ໂນ້ ພາຄິນ ຂ້າມຝັ່ງມາຢ້ຽມຢາມໂຮງໝໍຄຳມ່ວນ ເພື່ອຫາລືການຊື້ອຸປະກອນການແພດ

    0
    76

    ໂຕ່ໂນ້ ພາຄິນ ນັກຮ້ອງ ນັກສະແດງ ຊື່ດັງຈາກປະເທດໄທ ເດີນທາງມາແຂວງຄຳມ່ວນ ໃນວັນທີ 28/11/2022 ເພື່ອຮ່ວມປະຊຸມຫາລືແນວທາງການຊ່ວຍເຫຼືອ ໃນການຈັດຊື້ອຸປະກອນເຄື່ອງມືການແພດ ຕາມໂຄງການ “ One Man & The River ໜຶ່ງຄົນລອຍ ຫຼາຍຄົນໃຫ້ “ ໃນເດືອນຕຸລາທີ່ຜ່ານມາ, ເຊິ່ງໄດ້ຮັບເງິນບໍລິຈາກຫຼາຍກວ່າ 87ລ້ານບາດໄທ.

    ໂຕ່ໂນ້ ບອກວ່າ: ເບື້ອງຕົ້ນມີການສະເໜີຊື້ອຸປະກອນການແພດ ສ່ວນໃຫຍ່ເປັນເຄື່ອງເອັກໂກ້, ເຄື່ອງເອັກເລ (X-Ray) ຫຼາຍກວ່າ 25 ລາຍການ ເຊິ່ງຍັງບໍ່ທັນສະຫຼຸບງົບປະມານ ຕ້ອງໄດ້ພິຈາລະນາຫາລືນຳພາກສ່ວນທີ່ກ່ຽວຂ້ອງເພື່ອສະຫຼຸບໂຕເລກງົບປະມານອີກເທື່ອໜຶ່ງ, ຫຼັງຈາກຫາລືທີ່ໂຮງໝໍເມືອງທ່າແຂກ, ແຂວງຄຳມ່ວນແລ້ວ ຍັງຈະກັບໄປປະຊຸມຫາລືຕໍ່ທີ່ໂຮງໝໍນະຄອນພະນົມ.


    ໂຕ່ໂນ້ ພາຄິນ ຂ້າມຝັ່ງມາຢ້ຽມຢາມໂຮງໝໍຄຳມ່ວນ ເພື່ອຫາລືການຊື້ອຸປະກອນການແພດ


    ໂຕ່ໂນ້ ພາຄິນ ຂ້າມຝັ່ງມາຢ້ຽມຢາມໂຮງໝໍຄຳມ່ວນ ເພື່ອຫາລືການຊື້ອຸປະກອນການແພດ


    ໂຕ່ໂນ້ ພາຄິນ ຂ້າມຝັ່ງມາຢ້ຽມຢາມໂຮງໝໍຄຳມ່ວນ ເພື່ອຫາລືການຊື້ອຸປະກອນການແພດ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.