ຍັງມີລູກເສືອອີກ 30 ໂຕທີ່ຢູ່ໃນຂະບວນການຄ້າສັດປ່າໃນ ສປປ ລາວ

    0
    49

    ລາວ-ໄທ ຮ່ວມມືກັນສະກັດກັ້ນຄ້າສັດປ່າຂ້າມຊາດ ພາຍຫຼັງກວດຍຶດລູກເສືອ 4 ໂຕ ເຈົ້າໜ້າທີ່ສາມາດສືບສວນໄດ້ວ່າ ມີລູກເສືອອີກ 30 ໂຕ ທີ່ຍັງຕົກຂ້າງຢູ່ຝັ່ງລາວເຮົາ ເຊິ່ງຈະຮີບເລັ່ງການຊ່ວຍເຫຼືອ ກ່ອນທີ່ລູກເສືອຈະເປັນອາຫານ.

    ວັນທີ 24 ພະຈິກ ທີ່ຜ່ານມາ ສຳນັກງານບໍລິຫານເຂດອານຸລັກ ປະເທດໄທ ໄດ້ລາຍງານວ່າ ຂະນະນີ້ລູກເສືອ 4 ໂຕທີ່ຍຶດໄດ້ ຢູ່ພາຍໃຕ້ການຄຸ້ມຄອງ-ລ້ຽງທີ່ອະນຸລັກສັດປ່າ, ພຶດຕິກຳ ແລະ ສຸຂະພາບຂອງລູກເສືອສາມາດປັບໂຕໄດ້ແຂງແຮງດີ.

    ສ່ວນການຂະຫຍາຍຜົນການຄ້າສັດປ່າຂ້າມຊາດ ໃນວັນທີ 22 ພະຈິກ ທີ່ຜ່ານມາ ມີການຫາລືຮ່ວມກັບດ່ານກວດສັດປ່າມຸກດາຫານປະເທດໄທ ດ່ານພາສີທັງໄທ-ລາວ.

    ໂດຍທາງໄທປະສານງານໃຫ້ລາວ ເພື່ອກວດສອບ ເນື່ອງຈາກມີການນຳລູກເສືອຈາກໄທຂ້າມໄປລາວ ແລ້ວຍັງສືບໄດ້ວ່າຍັງມີລູກເສືອຢູ່ທາງຝັ່ງລາວອີກ 30-40 ໂຕ ແຕ່ໄດ້ເຈລະຈາຊື້ຂາຍໄດ້ແຕ່ 4 ໂຕ ຈຶ່ງຂໍຄວາມຮ່ວມມືຢ່າງຮີບດ່ວນ.

    ລູກເສືອທີ່ມາຈາກໄທ ໄດ້ໄປພັກຢູ່ແຂວງສະຫວັນນະເຂດ ແລະ ມີຄົນຕ່າງປະເທດມາຮັບຊື້ ເພື່ອນຳໄປເປັນອາຫານ ຢາ ກິນເພື່ອອາຍຸຍືນ.

    ແຫຼ່ງຂ່າວ thaipbs

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.