ປິດຂົວຫ້ວຍທົນ ເມືອງໂພນໂຮງ ຊົ່ວຄາວ ແຕ່ວັນທີ 28 ພະຈິກ ຫາ 28 ທັນວາ 2022

    0
    92

    ວັນທີ 28 ພະຈິກ 2022 ນີ້ ບໍລິສັດຮັບເໝົາກໍ່ສ້າງ ໄດ້ປະກາດປິດຂົວບ້ານ ຫ້ວຍທົນ ເມືອງໂພນໂຮງ ແຂວງວຽງຈັນ (ເສັ້ນທາງ 13 ເໜືອ) ຊົ່ວຄາວ ຕັ້ງແຕ່ວັນທີ 28 ພະຈິກ ຫາ 28 ທັນວາ 2022 ເພື່ອເຮັດໃຫ້ໂຄງການກໍ່ສ້າງຂົວໃນໂຄງການກໍ່ສ້າງເສັ້ນທາງເລກທີ 13 ເໜືອ ໃຫ້ສຳເລັດຕາມແຜນການທີ່ໄດ້ກຳນົດໄວ້.

    ປະຊາຊົນ ຫລື ຜູ້ສັນຈອນທົ່ວໄປທີ່ຈຸດປະສົງທີ່ຈະເດີນທາງໄປ-ມາ ຜ່ານຈຸດດັ່ງກ່າວ ແມ່ນໃຫ້ໃຊ້ທາງເວັ້ນຕາມປ້າຍແຈ້ງເຕືອນຢູ່ຈຸດຕ່າງໆທີ່ທາງບໍລິສັດກຳນົດໃຫ້ ດັ່ງນີ້:
    ສຳລັບ ລົດກະບະ, ລົດເກັງ ແລະ ລົດຈັກ ສາມາດຜ່ານທາງເວັ້ນຊົ່ວຄາວ ຢູ່ຈຸດທີ່ມີການກໍ່ສ້າງຂົວໄດ້ເລີຍ.

    ສຳລັບຍານພາຫະນະ 6 ລໍ້ ຂຶ້ນໄປ ທີ່ເດີນທາງມາແຕ່ນະຄອນຫລວງວຽງຈັນ ຫລື ຫລັກ 52 ຈະຜ່ານຂົວຫ້ວຍທົນ ແມ່ນໃຫ້ໄປຂຶ້ນຢູ່ສະຖານີທາງດ່ວນຢູ່ຈຸດໂພນຄຳ ຫລື ໄປເສັ້ນທາງ 3 ແຍກທາງແບ່ງນາໂພ ແລ້ວລ້ຽວຂວາໄປຕາມເສັ້ນທາງດັ່ງກ່າວ ອອກໄປຫາວົງວຽນ 3 ແຍກ ໂພນໂຮງ.

    ສຳລັບຍານພາຫະນະ 6 ລໍ້ ຂຶ້ນໄປທີ່ເດີນທາງມາແຕ່ວັງວຽງ ຫລື ຫີນເຫີບ ທີ່ຈະຜ່ານຂົວຫ້ວຍທົນ ແມ່ນໃຫ້ລ້ຽວຊ້າຍຢູ່ 3 ແຍກວົງວຽນໂພນໂຮງ ຫລື ຈະໄປຂຶ້ນຢູ່ສະຖານີທາງດ່ວນ ຢູ່ຈຸດບ້ານນ້ຳລິນ

    ດັ່ງນັ້ນຈຶ່ງຂໍໃຫ້ຜູ້ໃຊ້ຍານພາຫະນະຜ່ານຂົວດັ່ງກ່າວໃຫ້ຄວາມຮ່ວມມື ແລະ ປະຕິບັດຕາມປ້າຍສັນຍານຈາລະຈອນ ແລະ ການແນະນຳຂອງເຈົ້າໜ້າທີ່ ທີ່ປະຈຳການຢູ່ແຕ່ລະຈຸດ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.