ເຂົ້າຈີ່ຝຣັ່ງ ຖືກຮັບຮອງເປັນມໍລະດົກໂລກ ຂປລ.ຕາມຂ່າວຈາກ ປາຣີ, ເຂົ້າຈີ່ຝຣັ່ງ ຫລື ‘baguette’, ໄດ້ຖືກລົງທະບຽນ ເປັນໜຶ່ງ ໃນມໍລະດົກ ທາງວັດທະນະທໍາ ທີ່ບໍ່ມີຕົວຕົນ ຂອງໂລກ ຂອງ ອົງການ ການສຶກສາ ວິທະຍາສາດ ແລະ ວັດທະນະທຳ ແຫ່ງ ສະຫະ ປະຊາຊາດ ຫລື UNESCO ຊຶ່ງມີ ສຳນັກງານໃຫຍ່ ຢູ່ນະຄອນຫລວງປາຣີ ໄດ້
ປະກາດ ຂຶ້ນທະບຽນ ໃນວັນທີ 1 ພະຈິກນີ້ ເພື່ອຮັກສາ ວິທີການ ທີ່ເປັນ ເອກະລັກ ແລະ ມາດຕະຖານ ພື້ນເມືອງ ຂອງການເຮັດ ເຂົ້າຈີ່ນີ້ ເອົາໄວ້.ຫລັງຈາກ ຫລາຍປີທີ່ຜ່ານມາ ຫລາຍຝ່າຍ ໃນຝຣັ່ງ ໄດ້ຮ່ວມກັນ ສະໜັບ ສະໜູນ ຄວາມພະຍາຍາມ ຂໍຂຶ້ນທະບຽນເຂົ້າຈີ່ ດັ່ງກ່າວ ເປັນມໍລະດົກໂລກເພື່ອຮັກສາ ສູດເຂົ້າຈີ່ ແບບຕົ້ນສະບັບ ຊຶ່ງຜະລິດ ຈາກແປ້ງ, ນໍ້າ, ເກືອ ແລະ ຢິສ ເອົາໄວ້. ເຂົ້າຈີ່ຝຣັ່ງ ຫລື baguette, ໃນແຕ່ລະວັນ ສາມາດ ຈຳໜ່າຍ 16 ລ້ານກ້ອນ ຫລື ຄິດເປັນປີລະ ເກືອບ6ຕື້ກ້ອນ./. (ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ