ດິນເຈື່ອນໃນບຣາຊິວ ມີຜູ້ເສຍຊີວິດ-ສູນຫາຍ ຫລາຍກວ່າ 50 ຄົນຂປລ.ຕາມຂ່າວຈາກ, ວັນທີ 1 ທັນວານີ້, ເກີດເຫດ ດິນເຈື່ອນ ຢ່າງຮຸນແຮງ ທັບໃສ່ ຖະໜົນຫລວງ ພິເສດ ໃນພື້ນທີ່ ທາງພາກໃຕ້ ຂອງ ລັດປາຣານາ ປະເທດ ບຣາຊິນ ໃນລະຫວ່າງ ລົດແລ່ນ ຢູ່ຖະໜົນ ຢ່າງໜ້ອຍ 16 ຄັນ ເຮັດໃຫ້ມີ ຜູ້ເສຍຊີວິດ 2 ຄົນ ແລະ ສູນຫາຍ
ປະມານ 50 ຄົນ.ຂະນະນີ້ ເຈົ້າໜ້າທີ່ ກູ້ໄພ ຂອງ ລັດປາຣານາ ໄດ້ຊ່ວຍ ຜູ້ລອດຊີວິດ ຈາກເຫດການໃນຄັ້ງນີ້ ປະມານ 6ຄົນ ລວມທັງ ເຈົ້າເມືອງ ກົວຣາຕູບາ ໄດ້ລອດຊີວິດ ຢ່າງມະຫັດສະຈັນ. ສຳນັກງານ ອຸຕຸນິຍົມ ວິທະຍາແຫ່ງຊາດ ຂອງ ບຣາຊິນ (INMET) ລາຍງານວ່າ: ອາດຈະເກີດເຫດ ດິນເຈື່ອນຂຶ້ນມາອີກ ຫລາຍຄັ້ງໃນບຣາຊິນ ເນື່ອງຈາກ ໄດ້ປະກາດ ແຈ້ງເຕືອນ ຝົນຕົກໜັກ ໃນຫລາຍລັດ ຂອງບຣາຊິນ./. (ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ