ຮອງນາຍົກ ເນັ້ນຄູ-ອາຈານ ເອົາໃຈໃສ່ໃນການຮຽນ-ການສອນ ກ້າວສູ່ຄຸນນະພາບມີການຫັນປ່ຽນສູ່ຍຸກໃໝ່

    0
    61

    ໂອກາດເຂົ້າຮ່ວມພິທີສະຫລຸບຊຸດຮຽນ 2018-2022 ແລະ ເປີດສົກຮຽນໃໝ່ 2022-2023 ຂອງມະຫາວິທະຍາໄລແຫ່ງຊາດ (ມຊ)  ໃນວັນທີ 1 ທັນວາ 2022 ນີ້, ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ໄດ້ມີຄຳເຫັນໂອ້ລົມ ແລະ ເນັ້ນໃຫ້ຄູ-ອາຈານມີທັດສະນະຫລັກໝັ້ນດ້ານການເມືອງ-ແນວຄິດມີຈຸດຢືນຢ່າງຖືກຕ້ອງ, ກຳແໜ້ນ

    ແນວທາງການຕ່າງປະເທດຢ່າງໜັກແໜ້ນ, ສຳລັບກະຊວງສຶກສາທິການ ແລະ ກິລາ ຕ້ອງເອົາໃຈໃສ່ວາງນິຕິກຳ, ວາງກົນໄກນະໂຍບາຍອອກມາຄຸ້ມຄອງໃຫ້ມັນສັກສິດເລິກ

    ເຊິ່ງເຖິງກົກເພື່ອຫັນປ່ຽນທັດສະນະແນວຄິດໃໝ່, ຫັນແນວທາງນະໂຍບາຍໃຫ້ເປັນອັນລະອຽດສອດຄ່ອງກັບແນວທາງ ລວມເພື່ອສ້າງບຸກຄະລາກອນຢ່າງມີຄຸນນະພາບຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການໃນການພັດທະນາ.

    ສຳລັບຄະນະພັກ, ຄະນະນຳ ມຊ ຂໍໃຫ້ຮັກສາເສີມຂະຫຍາຍມູນເຊື້ອອັນດີນີ້ໄວ້ເພື່ອເປັນສິ່ງຊຸກດັນໃນການພັດທະນາໃນແງ່ວິຊາການໃຫ້ເບິ່ງຄືນຫລັກສູດ, ຫລັກສູດທັງໝົດຕ້ອງເນັ້ນຄຸນນະພາບເປັນກົກ ແລະ ທັນສະໄໝ, ເອົາໃຈໃສ່ຈັດຕັ້ງການຮຽນ-ການສອນໃຫ້ທັນກັບສະພາບການ, ໜຶ່ງໃນບັນຫາທີ່ໃຫຍ່ໃນປັດຈຸບັນເລື່ອງຂາດຄູສອນຄຸນນະພາບ

    ຂອງນາຍຄູຊິເຮັດແນວໃດ, ສະນັ້ນຄູ-ອາຈານຕ້ອງເປັນແບບຢ່າງໃນການກຳແໜ້ນແນວທາງ, ກຳແໜ້ນດ້ານທິດສະດີ, ກຳແໜ້ນດ້ານວິຊາສະເພາະຂອງຕົນເອງ, ກຳແໜ້ນດ້ານພຶດຕິກຳ, ເປັນແບບຢ່າງດ້ານການປະພຶດ, ການເຄື່ອນໄຫວ ແລະ ເປັນແບບຢ່າງໃນດ້ານອື່ນໆນີ້ແມ່ນຄວາມຮັບຜິດຊອບໂດຍກົງ.

    ດັ່ງນັ້ນ, ຮຽກຮ້ອງມາຍັງຄະນະພັກ, ຄະນະນໍາຕ້ອງເອົາໃຈໃສ່ຄວາມເປັນແບບຢ່າງເຮັດແທ້ທຳຈິງ ເພື່ອເຮັດໃຫ້ການຮຽນ-ການສອນກ້າວສູ່ຄຸນນະພາບມີການຫັນປ່ຽນຢ່າງຕັ້ງໜ້າແທດເໝາະກັບຍຸກສະໄໝໃໝ່.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.