ລັດຖະບານ ຈະເລັ່ງແກ້ໄຂຄວາມບອບບາງດ້ານເສດຖະກິດໃຫ້ກັບສູ່ປົກກະຕິໂດຍໄວ

    0
    76

    ພາຍຫລັງກອງປະຊຸມສະໄໝສາມັນ ເທື່ອທີ 4 ສະພາແຫ່ງຊາດ ຊຸດທີ IX ໄດ້ຮັບຮອງເອົາບັນດາຄາດໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ຕິດພັນກັບ 2 ວາລະແຫ່ງຊາດແລ້ວ, ລັດຖະບານ ຈະຮີບຮ້ອນກໍານົດເປັນໜ້າວຽກລະອຽດ ແລະ ແບ່ງຄວາມຮັບຜິດ ຊອບ ທັງກໍານົດຄາດໝາຍ

    ເວລາຈັດຕັ້ງປະຕິບັດໃຫ້ລະອຽດ. ພ້ອມທັງເລັ່ງແກ້ໄຂສະພາບຄວາມບອບບາງ ດ້ານເສດຖະກິດມະຫາພາກໃຫ້ກັບສູ່ສະພາບປົກກະຕິໂດຍໄວ ໂດຍຈະສຸມໃສ່ເປັນພິເສດຄືການເກັບລາຍຮັບໃຫ້ໄດ້ຕາມແຜນການ ຫລື ໃຫ້ເກີນແຜນເປັນປີທີ 3 ຕິດຕໍ່ກັນເພື່ອມີເງິນມາແກ້ໄຂບັນຫາ, ສຸມໃສ່ຊຸກຍູ້ໃຫ້ມີຖານລາຍຮັບໃໝ່ ແລະ ຍູ້ແຮງຫັນການເກັບລາຍ

    ຮັບເປັນທັນສະໄໝໃຫ້ແຂງແຮງ ແລະ ປາກົດຜົນເປັນຈິງຫລາຍກວ່າເກົ່າ; ສືບຕໍ່ປະຕິບັດບັນດານິຕິກໍາການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫລຂອງລາຍຮັບງົບປະມານລັດ, ການປະຢັດ ແລະ ຕ້ານການຟຸມເຟືອຍ, ການນໍາໃຊ້ລົດຂອງລັດ ແລະອື່ນໆ ທີ່ລັດຖະບານວາງອອກໃຫ້ເຂັ້ມງວດ ແລະ ເປັນຮູບປະທໍາຫລາຍຂຶ້ນ.

    ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ລາຍງານໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ວັນທີ 5 ທັນວາ 2022 ໂດຍໄດ້ສະເໜີບາງວຽກຈຸດສຸມທີ່ລັດຖະບານຈະເລັ່ງຈັດຕັ້ງປະຕິບັດໃນປີ 2023 ເປັນຕົ້ນສືບຕໍ່ແກ້ໄຂໜີ້ສິນສາທາລະນະໂດຍສະເພາະໜີ້ສິນຕໍ່ຕ່າງປະເທດ ບໍ່ໃຫ້ຕົກເປັນປະເທດທີ່ບໍ່ສາມາດຊໍາລະໜີ້ໄດ້

    ພ້ອມທັງຄົ້ນຄວ້າ ແລະ ຈັດສັນແຫລ່ງທຶນເພື່ອມາແກ້ໄຂໜີ້ສິນການລົງທຶນຂອງລັດເພື່ອຊ່ວຍຜູ້ຮັບເໝົາໂຄງການສາມາດສືບຕໍ່ດໍາເນີນທຸລະກິດໄດ້, ຈະໄດ້ສືບຕໍ່ສຸມໃສ່ປັບປຸງປະສິດທິຜົນການລົງທຶນຂອງລັດໃຫ້ດີຂຶ້ນ, ຢຸດການຈັດສັນທຶນໃສ່ໂຄງການໃໝ່ທີ່ບໍ່ມີປະສິດທິຜົນ ໂດຍຫັນທຶນໄປສຸມໃສ່ໂຄງການລົງທຶນເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ

    ເປັນບູລິມະສິດ; ສືບຕໍ່ເອົາໃຈໃສ່ເປັນພິເສດຄຸ້ມຄອງອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ, ປະລິມານເງິນ M2 ແລະ ອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບທີ່ສາມາດຄວບຄຸມໄດ້, ສືບຕໍ່ແກ້ໄຂບັນຫາການສະໜອງນໍ້າມັນເຊື້ອໄຟໃຫ້ເປັນປົກກະຕິ ໂດຍ ການນໍາໃຊ້ມາດຕະການຕ່າງໆໂດຍຖືເອົາມາດຕະການເສດຖະກິດ ແລະ ຕາມກົນໄກຕະຫລາດເປັນຕົ້ນຕໍ

    ໄປຄຽງຄູ່ກັບການສ້າງມາດຕະການແກ້ໄຂໄລຍະກາງ ແລະ ຍາວ. ສືບຕໍ່ປະຕິຮູບລັດວິສາຫະກິດ ໃຫ້ມີປະສິດທິຜົນທາງເສດຖະກິດໃຫ້ເປັນຮູບປະທໍາຫລາຍຂຶ້ນໂດຍສະເພາະຫົວໜ່ວຍລັດວິສາຫະກິດທີ່ໄດ້ກໍານົດ ໃນແຜນຂອງການປະຕິຮູບຂອງລັດຖະບານ; ສືບຕໍ່ປັບປຸງແກ້ໄຂໂຄງສ້າງໜີ້ສິນຂອງລັດວິສາຫະກິດໂດຍໄວດ້ວຍຫລາຍຮູບແບບລວມທັງ

    ການເຈລະຈາເລື່ອນການຊໍາລະຕົ້ນທຶນ ແລະ ດອກເບັ້ຍ, ຊອກຫາແຫລ່ງ ກູ້ຢືມທີ່ມີດອກເບັ້ຍຕ່ໍາ, ຫລຸດການສ້າງໜີ້ໃໝ່ທີ່ບໍ່ຈໍາເປັນ ແລະ ອື່ນໆ; ເລັ່ງປັບປຸງກົນໄກອໍານວຍຄວາມສະດວກໃນການດໍາເນີນທຸລະກິດ ແລະ ສົ່ງເສີມການລົງທຶນໃຫ້ດີຂຶ້ນ ໂດຍລັດຖະບານຈະກໍານົດໜ້າວຽກທີ່ຈະປັບປຸງ ແລະ ແບ່ງຄວາມຮັບຜິດຊອບການປັບປຸງໃຫ້

    ລະອຽດ, ຈະສືບຕໍ່ເລັ່ງຊຸກຍູ້ ແລະ ສົ່ງເສີມບັນດາໂຄງການລົງທຶນຂອງຕ່າງປະເທດທີ່ໄດ້ອະນຸມັດແລ້ວໃຫ້ຄືບໜ້າ ແລະ ມີຜົນໄດ້ຮັບຕົວຈິງຕາມແຜນທີ່ວາງໄວ້; ຄົ້ນຄວ້າ ແລະ ຈັດສັນແຫລ່ງທຶນເພື່ອສົ່ງເສີມຜູ້ປະກອບການທີ່ຜະລິດ ແລະ ປຸງແຕ່ງກະສິກໍາເປັນສິນຄ້າສົ່ງອອກໂດຍມີເງື່ອນໄຂທີ່ລະອຽດ, ຮັດກຸມ ແລະ ໂປ່ງໃສເພື່ອໃຫ້ການປະຕິບັດນະໂຍບາຍດັ່ງ ກ່າວ ມີຈຸດສຸມ ແລະ ຖືກເປົ້າໝາຍ.

    ນາຍົກລັດຖະມົນຕີ ຢືນຢັນຈະສືບຕໍ່ເອົາໃຈໃສ່ຕໍ່ວຽກງານສັງຄົມ ໂດຍສະເພາະການປັບປຸງການບໍລິການສາທາລະນະສຸກ ແລະ ການປະກັນສຸຂະພາບ; ການປັບປຸງຫລັກສູດການສຶກສາ ໂດຍສະເພາະຫລັກສູດຊັ້ນປະຖົມສຶກສາ; ການສ້າງສີມືແຮງງານທີ່ມີສີມືດີເພື່ອສົ່ງອອກແຮງງານໄປຕ່າງປະເທດໃຫ້ເພີ່ມຂຶ້ນ;ການ ປັບປຸງສື່ທາງການຂອງລັດໂດຍ

    ສະເພາະປັບປຸງເນື້ອໃນ ແລະ ຮູບແບບການນໍາສະເໜີຂ່າວຕ່າງໆໃຫ້ເຂົ້າ ໃຈງ່າຍ, ທັນການ ແລະ ຫລາຍຮູບແບບ; ສືບຕໍ່ຈັດຕັ້ງປະຕິບັດແນວທາງ ປກຊ-ປກສ ຂອງພັກ ໃຫ້ແຂງ ແຮງກວ່າເກົ່າທັງສືບຕໍ່ປະຕິບັດແນວທາງການຕ່າງປະເທດຂອງພັກຢ່າງສະເໝີຕົ້ນສະເໝີປາຍບົນຈິດໃຈປະຢັດມັດທະຍັດ ແລະ ຖືເອົາເນື້ອໃນເປັນຕົ້ນຕໍ ແລະ ຮູບການເປັນສໍາຄັນ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.