ຄືດັ່ງທີ່ຮູ້ກັນດີ ປະເທດເຮົາ ຫົວໜ່ວຍທຸລະກິດທີ່ກວມເອົາອັດຕາສ່ວນຫຼາຍແມ່ນບັນດາວິສາຫະກິດຂະໜາດນ້ອຍ ແລະກາງ ແຖມຍັງເປັນກຸ່ມຜູ້ຈ້າງງານຫຼາຍ ແລະປະກອບສ່ວນຢ່າງຕັ້ງໜ້າແກ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດຕະຫຼອດມາ ດັ່ງນັ້ນ, ເພື່ອເປັນການຊຸກຍູ້ວິສາຫະກິດເຫຼົ່ານັ້ນໃຫ້ມີທຶນສຳລັບການຕໍ່ຍອດທຸລະກິດ ລັດຖະບານຈຶ່ງຈັດສັນກອງທຶນພິເສດ ເພື່ອປ່ອຍກູ້ດອກເບ້ຍຕ່ຳໃຫ້ກັບທຸລະກິດທີ່ກຳລັງຕ້ອງການທຶນ ເອີ້ນວ່າ ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ.
ຫຼ້າສຸດນີ້ ລັດຖະບານໄດ້ປະກອບທຶນ ຈຳນວນ 100 ຕື້ກີບ ເປັນງວດທີ II ຂອງປີ 2022 ໃຫ້ກອງທຶນສົ່ງເສີມວິ ສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ໃນນັ້ນ 91 ຕື້ກີບ ຈັດສັນເພື່ອສະໜອງສິນເຊື່ອໃຫ້ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ) ທີ່ນອນໃນ 4 ຂະແໜງບູລິມະສິດ ໃນອັດຕາດອກເບ້ຍ 3% ຕໍ່ປີ ຜ່ານ 5 ທະນາ ຄານທຸລະກິດ.
ພິທີເຊັນສັນຍາສະຫນອງທຶນຈັດຂຶ້ນໃນຕອນເຊົ້າຂອງວັນທີ 06 ທັນວາ 2022 ທີ່ ຫ້ອງປະຊຸມໃຫຍ່ ກະຊວງອຸດສາຫະກຳ ແລະ ການຄ້າ 5 ທະນາຄານທຸລະກິດດັ່ງກ່າວ ລວມມີ: ທະນາຄານ ໄຊງ່ອນເທືອງຖິ່ນລາວ ມູນຄ່າ 20 ຕື້ກີບ, ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ມູນຄ່າ 20 ຕື້ກີບ, ທະນາຄານ ມາຣູຮານເຈແປນ ລາວ ມູນຄ່າ 15 ຕື້ກີບ, ທະນາຄານ ພັດທະນາລາວ ມູນຄ່າ 15 ຕື້ກີບ ແລະ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ (ຄູ່ຮ່ວມມືໃໝ່) ມູນຄ່າ 21 ຕື້ກີບ.
ເຂົ້າຮ່ວມເປັນສັກຂີພະຍານໃນພິທີເຊັນສັນຍາຄັ້ງນີ້ມີ ສະມາຊິກສະພາບໍລິຫານ ທສວ, ຜູ້ຕາງໜ້າຈາກ ກະຊວງ ຂະແໜງການກ່ຽວຂ້ອງຂອງພາກລັດ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ແລະ ບັນດາ ສະມາຄົມທຸລະກິດ ລວມທັງໝົດ 85 ທ່ານ. ສໍາລັບຈຸນລະວິສະຫະກິດ, ວິສະຫະກິດຂະຫນາດນ້ອຍ ແລະ ກາງ ທີ່ມີຄວາມສົນໃຈກູ້ຢືມໃນບ້ວງທຶນດັ່ງກ່າວ ສາມາດປະສານກັບ 5 ທະນາຄານທີ່ເຊັນສັນຍາໃນຄັ້ງນີ້ໄດ້ໂດຍກົງ.