ຄົນເກີດວັນອາທິດ:ການງານຈະພົບຄວາມກັງວົນໃຈທີ່ເຮັດໃຫ້ເປັນທຸກ ແຕ່ສຸດທ້າຍທ່ານກໍຈະແກ້ໄຂບັນຫາ ແລະສ້າງຄວາມສຳເລັດໄດ້ເປັນຢ່າງດີ ການເງິນລະມັດລະວັງເລື່ອງຂອງການໃຊ້ຈ່າຍ ແລະການໃຊ້ເງິນໃຫ້ດີ ຊ່ວງນີ້ຢ່າປະມາດໃນເລື່ອງການໃຊ້ເງິນ ຄວາມຮັກມີໂອກາດພົບຄູ່ ພົບຄົົນທີ່ຖືກໃຈ ແຕ່ໃນເລື່ອງຂອງການສື່ສານ ແລະການໃຊ້ຄຳເວົ້າ ຄວນເຮັດຄວາມເຂົ້າໃຈກັນໃຫ້ຫລາຍຂຶ້ນ ເຄື່ອງມຸງຄຸນ ເພັດສີແດງ ສີມຸງຄຸນສີຟ້າ ເລກນຳໂຊກ 1
ຄົນເກີດວັນຈັນ:ການງານພົບອຸປະສັກດ້ານການງານຍັງມີຄວາມຊ້າ ແລະການຕັດສິນໃຈຕ່າງໆ ຍັງຕ້ອງເລັ່ງຮີບເພື່ອໃຫ້ທັນກັບເຫດການ ການເງິນຍັງມີລາຍຈ່າຍລໍຖ້າທ່ານຢູ່ຫລາຍໃນຊ່ວງນີ້ ເປັນລັກສະນະຂອງການໝຸນເງິນ ເມື່ອໄດ້ເຂົ້າມາກໍມີເລື່ອງທີ່ຕ້ອງຈ່າຍອອກໄປ ຄວນສຸຂຸມອ້ອມຄອບໃນການໃຊ້ຈ່າຍ ຄວາມຮັກຍັງຄົງເບິ່ງໆ ຢູ່ຫລາຍກວ່າໃນຊ່ວງນີ້ ແຕ່ຖ້າຫາກຈະມີຄົນເຂົ້າມາ ຈະເປັນຄົນອາຍຸນ້ອຍກວ່າ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີນໍ້າຕານ ເລກນຳໂຊກ3
ຄົນເກີດວັນອັງຄານ:ການງານງານໃນຊ່ວງນີ້ຈະເພີ່ມຂຶ້ນ ແຕ່ທ່ານກໍຈະສາມາດສ້າງສັນຜົນງານໄດ້ດີຂຶ້ນ ແລະຜູ້ໃຫຍ່ກໍຍັງເຫັນຄວາມສຳຄັນໃນຕົວທ່ານຫລາຍຂຶ້ນ ການເງິນ ມີແຕ່ເລື່ອງຈ່າຍໃນຊ່ວງນີ້ ບໍ່ສາມາດທີ່ຈະຄວບຄຸມລາຍຈ່າຍໄດ້ດີຄືແຕ່ກ່ອນ ຄວາມຮັກມີໂອກາດພົບຮັກ ພົບຄົົນທີ່ຖືກໃຈທີ່ຈະມີເຂົ້າມາໃນຊ່ວງນີ້ ທ່ານເປັນຄົົນທີ່ມີສະເນ່ ແຕ່ຍັງບໍ່ແມ່ນຄູ່ແທ້ ເປັນການຄົບຫາກັນແຄ່ຊ່ວງເວລາໜຶ່ງເທົ່ານັ້ນ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີດໍາ ເລກນຳໂຊກ5
ຄົນເກີດວັນພຸດ:ການງານຈະເຮັດວຽກສິ່ງໃດໃນຊ່ວງນີ້ມີແຕ່ຄວາມສຳເລັດ ຈະຈັບທຸລະກິດສິ່ງໃດກໍຈະດີຂຶ້ນເປັນລຳດັບ ການເງິນຊ່ວງນີ້ມີເລື່ອງຈ່າຍຢູ່ເລື່ອຍໆ ບໍ່ສາມາດຄວບຄຸມລາຍຈ່າຍໄດ້ ເປັນຄ່າໃຊ້ຈ່າຍຈຳເປັນທີ່ຫຼີກລ້ຽງບໍ່ໄດ້ ຄວາມຮັກໂດດເດັ່ນໃນການພົບເນື່ອງຈາກການເຮັດວຽກງານ ເປັນຄົນອາຍຸນ້ອຍກວ່າ ເຄື່ອງມຸງຄຸນ ທອງຄໍາ ສີມຸງຄຸນສີຂຽວ ເລກນຳໂຊກ6
ຄົນເກີດວັນພະຫັດ:ການງານຈະເຮັດວຽກສິ່ງໃດມີການປ່ຽນແປງທີ່ຈະເກີດຂຶ້ນ ຫາກທ່ານມີຄວາມຕັ້ງໃຈຈິງກໍຈະສາມາດຝ່າແຂ້ວອຸປະສັກໃຫ້ຜ່ານພົ້ນໄປໄດ້ ການເງິນວາງແຜນການໃຊ້ຈ່າຍ ແລະການໃຊ້ເງິນຢູ່ໃນຊ່ວງນີ້ ແຕ່ກໍຈະມີໂຊກໄດ້ເງິນເຂົ້າມາເພິ່ມເຕິມ ເພີ່ມຂຶ້ນ ຄວາມຮັກຍັງບໍ່ໂດດເດັ່ນ ແລະຍັງບໍ່ຕັດສິນໃຈໃນເລື່ອງເຫຼົ່ານີ້ ເພາະມີຫຼາຍຢ່າງທີ່ຕ້ອງຮັບຜິດຊອບ ແລະຈັດການ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນສີດໍາ ເລກນຳໂຊກ2
ຄົນເກີດວັນສຸກ:ການງານຍັງບໍ່ໄດ້ຮັບຄວາມຊັດເຈນ ແລະສະຖານນະການໃນຊ່ວງນີ້ຍັງຢຸດນິ່ງ ເຮັດຫນ້າທີ່ຕາມຄວາມຮັບຜິດຊອບໃຫ້ດີທີ່ສຸດກໍພຽງພໍແລ້ວໃນຊ່ວງນີ້ ການເງິນມີອຸປະສັກຕິດຂັດກ່ຽວກັບເລື່ອງຂອງການເງິນຕ່າງໆ ແຕ່ກໍຈະມີຄົນເຂົ້າມາຊ່ວຍເຫລືອໃຫ້ຜ່ານພົ້ນໄປໄດ້ນັ້ນເອງ ຄວາມຮັກຍັງບໍ່ມີເວລາຕັດສິນໃຈໃນເລື່ອງຄວາມຮັກໃນຊ່ວງນີ້ ເພາະມີເລື່ອງອື່ນທີ່ສຳຄັນ ທີ່ຕ້ອງຮີບຈັດການໃຫ້ສຳເລັດໄປໂດຍໄວ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີບົວ ເລກນຳໂຊກ7
ຄົນເກີດວັນເສົາ:ການງານອຸປະສັກການງານຍັງມີຄວາມຊ້າ ແຕ່ກໍມີຄວາມພະຍາຍາມທີ່ຈະສ້າງຄວາມສຳເລັດໃຫ້ຕົນເອງ ຊຶ່ງຍັງເຮັດໄດ້ດີພໍສົມຄວນ ການເງິນມີໂຊກຈະໄດ້ເງິນເຂົ້າມາ ເຖິງແມ່ນວ່າຈະໄດ້ຊ້າ ແຕ່ກໍຈະໄດ້ຄົບເຕັມຈຳນວນຈາກຄວາມສາມາດຂອງທ່ານນັ້ນເອງ ຄວາມຮັກທ່ານເປັນຜູ້ທີ່ມີສະເນ່ ມີໂອກາດພົບຮັກ ພົບຄົົນທີ່ຖືກໃຈທີ່ຈະມີເຂົ້າມາໃນຊ່ວງນີ້ ເຄື່ອງມຸງຄຸນມໍລະກົດ ສີມຸງຄຸນສີແດງ ເລກນຳໂຊກ7 9