ສະເໜີໃຫ້ລັດພິຈາລະນາ ຫາວິທີ ເພີ່ມເງິນເດືອນໃຫ້ພະນັກງານ-ລັດຖະກອນຂຶ້ນອີກ

    0
    100

    ທ່ານ ນາງ ເກດມະນີ ບັນດາສັກ, ສະມາຊິກສະພາແຫ່ງຊາດຈາກເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ມີ ຄໍາເຫັນສະເໜີຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 6 ທັນວານີ້ວ່າ: ປັດຈຸບັນຄ່າຄອງຊີບໃນສັງຄົມຖີບຕົວສູງຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ສົ່ງຜົນກະທົບຕໍ່ການດໍາລົງຊີວິດຂອງພະນັກງານ-ລັດຖະກອນ ເນື່ອງຈາກເງິນເດືອນທີ່ມີຢູ່ຈາກເມື່ອກ່ອນທີ່ສາມາດກຸ້ມກິນ ແຕ່ປັດຈຸບັນບໍ່ກຸ້ມກິນແລ້ວ.

    ຕໍ່ບັນຫານີ້ ລັດຖະບານຈະມີບັນດາມາດຕະການ ຫລື ກົນໄກແນວໃດເພື່ອແກ້ໄຂ ເພາະຖ້າປ່ອຍໄປແບບນີ້ຕໍ່ໄປພະນັກງານ-ລັດຖະກອນຈະບໍ່ລອດແທ້ໆ, ເນື່ອງຈາກນະໂຍບາຍ

    ນໍ້າມັນ 50.000 ກີບ ເຊິ່ງເມື່ອກ່ອນກຸ້ມຫລາຍວັນ, ແຕ່ປັດຈຸບັນນໍາໃຊ້ບໍ່ຮອດ 2 ມື້ ຫລື ອາທິດໜຶ່ງກໍ່ໝົດແລ້ວ, ຂະນະທີ່ລົດໃຫຍ່ເມື່ອກ່ອນໃສ່ນໍ້າມັນເຕັມຖັງແມ່ນ 400.000-500.000 ກີບ, ແຕ່ປັດຈຸບັນຕ້ອງໃສ່ເຖິງ 1.000.000 ກີບຈິ່ງເຕັມຖັງ.

    ບັນຫາທີ່ເກີດຂຶ້ນແມ່ນສົ່ງຜົນກະທົບ ແລະ ຕິດພັນກັບການດໍາລົງຊີວິດຂອງພະນັກງານ-ລັດຖະກອນ, ລວມເຖີງປະຊາຊົນທົ່ວໄປໂດຍພື້ນຖານ ເຊີ່ງເປັນບັນຫາເດືອນຮ້ອນທີ່ຮຽກຮ້ອງໃຫ້ລັດຖະບານມີມາດຕະການ ແລະ ກົນໄກແກ້ໄຂຢ່າງເໝາະສົມ.

    ຢ່າງໃດກໍຕາມ ທ່ານສະເໜີຕື່ມວ່າ: ຖ້າມີການປັບເພີ່ມເງິນເດືອນໃຫ້ພະນັກ ງານ-ລັດຖະກອນ, ລັດຖະບານຕ້ອງມີມາດຕະການຄຸ້ມຄອງລາຄາສິນຄ້າໃຫ້ໄດ້ເພາະຜ່ານມາເມື່ອ

    ມີການປັບຂຶ້ນເງິນເດືອນ, ລາຄາສິນຄ້າມັກຖີບຕົວສູງຂຶ້ນເຊັ່ນດຽວກັນ. ດັ່ງນັ້ນ, ລັດຖະບານຕ້ອງຊີ້ນໍາໃຫ້ຂະແໜງການກ່ຽວຂ້ອງຄຸ້ມຄອງໂຄງປະກອບລາຄາສິນຄ້າທີ່ຈໍາເປັນໃຫ້ໄດ້ ເພາະຖ້າປັບຂຶ້ນເງິນເດືອນແຕ່ລາຄາສິນຄ້າປັບຂຶ້ນໄປນໍາເງິນເດືອນຂອງພະນັກງານ-ລັດຖະກອນຈະບໍ່ກຸ້ມກິນຄືເກົ່າ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.