ໃນໂອກາດປະກອບຄໍາເຫັນ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 6 ທັນວາ 2022 ນີ້ ທ່ານ ທະນົງສິດ ເມືອງຈັນ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ I ນະຄອນຫລວງວຽງຈັນ ສະເໜີໃຫ້ລັດຖະບານເລື່ອງການນຳໃຊ້ບັດປະກັນສັງຄົມວ່າ: ຜ່ານການໄດ້ລົງໄປພົບປະຜູ້ມີສິດປ່ອນບັດເລືອກຕັ້ງຢູ່
ຫລາຍທ້ອງຖິ່ນໃນນະຄອນຫລວງວຽງຈັນ ເຫັນວ່າມີຜູ້ນໍາໃຊ້ບັດປະກັນສັງຄົມຈໍານວນບໍ່ໜ້ອຍສະເໜີວ່າ ປັດຈຸບັນລາວເຮົາຫັນການນໍາໃຊ້ບັດປະກັນສັງຄົມເປັນທັນສະໄໝແລ້ວ ແຕ່ໃນຕົວຈິງຍັງບໍ່ທັນສາມາດນໍາໃຊ້ໄດ້ໃນທຸກໂຮງໝໍ ເຊິ່ງແຕກຕ່າງຈາກບັດ ATM ທີ່ສາມາດນໍາໃຊ້ກົດເອົາເງິນຢູ່ໃສກໍໄດ້, ຂະນະທີ່ບັດປະກັນສັງຄົມຕ້ອງໄດ້ໄປນໍາໃຊ້ຢູ່ສະ ເພາະ
ໂຮງໝໍທີ່ເປັນຄູ່ຮ່ວມສັນຍາເທົ່ານັ້ນ ເຖີງວ່າໄດ້ກໍານົດໄວ້ວ່າໃນກໍລະນີເຈັບເປັນສຸກເສີນແມ່ນສາມາດໄປນໍາໃຊ້ຢູ່ໂຮງໝໍໃດກໍໄດ້ ແລ້ວປະກອບເອກະສານເພື່ອຂໍເງິນຄ່າບໍລິການນໍາໂຮງໝໍທີ່ຕົນເອງເປັນຄູ່ສັນຍາຄືນ, ແຕ່ໃນການປະກອບເອກະສານດັ່ງກ່າວຕົວຈິງແມ່ນມີຂັ້ນຕອນທີ່ຍັງຫຍຸ້ງຍາກລໍາບາກຫລາຍ ແລະ ໃຊ້ເວລາດົນ.
ດັ່ງນັ້ນ ຖ້າເປັນໄປໄດ້ລັດຖະບານຄວນປັບປຸງຄືນເພື່ອໃຫ້ສາມາດນໍາໃຊ້ບັດປະກັນສັງຄົມໄດ້ຄືບັດ ATM ທົ່ວໄປທີ່ສາມາດນໍາໄປໃຊ້ກົດເງິນຢູ່ໃສກໍໄດ້ ເພື່ອຄວາມສະດວກສະບາຍຂອງຜູ້ຖືບັດປະກັນສັງຄົມ ກໍຄື ຜູ້ເປັນສະມາຊິກຂອງອົງການປະກັນສັງຄົມແຫ່ງຊາດ.