ທ່ານ ມາໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຊີ້ແຈງຕໍ່ຄໍາຊັກຖາມສະມາຊິກສະພາແຫ່ງຊາດ ວັນທີ 7 ທັນວາ 2022 ວ່າ: ໃນໄລຍະຜ່ານມາລັດຖະບານໄດ້ສຸມໃສ່ແກ້ໄຂບັນຫາດັ່ງກ່າວຢ່າງເອົາໃຈໃສ່ຢ່າງເອົາຈິງເອົາຈັງ ໂດຍໄດ້ສຸມໃສ່ການສະໜອງບັນຫານ້ຳມັນເຊື້ອໄຟ ພາຍໃນປະເທດຢ່າງໃກ້ຊິດຕິດແທດໂດຍໄດ້ໃຊ້
ຫລາຍມາດຕະການ ແລະ ພ້ອມກັນນັ້ນໄດ້ແຕ່ງຕັ້ງຄະນະສະເພາະກິດລະດັບສູນກາງ ຊີ້ນຳຢ່າງໃກ້ຊິດ ຕາມທິດບໍ່ໃຫ້ນ້ຳມັນຂາດ ນີ້ແມ່ນບັນຫາສຳຄັນຫລາຍ ບໍ່ໃຫ້ນ້ຳມັນຂາດ ກັບບໍ່ໃຫ້ນ້ຳມັນແພງ ບາງຄັ້ງມັນເປັນທາງເລືອກວ່າບໍ່ໃຫ້ນ້ຳມັນຂາດ ອາດຈະເຮັດໃຫ້ນ້ຳມັນແພງ.
ໄດ້ມີຄວາມພະຍາຍາມທີ່ສຸດໃນການປະສານສົມທົບລະຫວ່າງຂະແໜງການ ແລະ ສະມາຄົມນ້ຳມັນເຊື້ອໄຟ ແລະ ອາຍແກັສລາວ ເພື່ອຕິດຕາມສະພາບກຳນົດໂຄງສ້າງ ປັບລາຄານ້ຳມັນໃຫ້ເໝາະສົມ ໃນໄລຍະຜ່ານມາ ພວກເຮົາໄດ້ມີການປັບລາຄານ້ຳມັນ ແຕ່ກ່ອນແມ່ນປັບລາຄານ້ຳມັນໂດຍກຳນົດເປັນຫລັກການຄື 15 ວັນ ປັບເທື່ອໜຶ່ງ ແຕ່
ພາຍຫລັງມາ ໄດ້ປັບໃຫ້ມັນສົມດຸນ ຂຶ້ນຕື່ມ 7-10 ວັນ ຫລ້າສຸດໄດ້ປັບມາເປັນ 5- 10 ວັນເພື່ອໃຫ້ມັນແທດເໝາະກັບກັບປ່ຽນແປງຂອງລາຄານ້ຳມັນໃນຕະຫລາດໂລກທີ່ມີລັກສະນະຂຶ້ນແຮງ ແລະ ລົງແຮງ.
ປັດຈຸບັນ ມີບໍລິສັດນຳເຂົ້ານ້ຳມັນເຊື້ອໄຟທັງໝົດ 14 ບໍລິສັດ ແຕ່ໃນການປະຕິບັດຕົວຈິງແມ່ນມີແຕ່ 12 ບໍລິສັດ ແລະ ພ້ອມກັນນັ້ນລັດຖະບານກໍຍັງໄດ້ຊ່ວຍຜູ້ນຳເຂົ້ານ້ຳມັນດ້ວຍການສະໜອງເງິນຕາໃຫ້ແກ່ບໍລິສັດດັ່ງກ່າວຜ່ານທະນາຄານແຫ່ງ ສ ປປ ລາວ ປະມານ 30-40 ລ້ານ/ເດືອນ.
ນອກຈາກນີ້ຍັງໄດ້ສົ່ງເສີມໃຫ້ທະນາຄານທຸລະກິດສະນອງໃຫ້ຕື່ມ ພ້ອມກັນນີ້ ລັດຖະບານຍັງໄດ້ປັບປຸງອອກແຈ້ງການປັບລາຄານ້ຳມັນເຊື້ອໄຟພາຍຫລັງປ້ຳນ້ຳມັນປິດ ເພື່ອແກ້ໄຂການຍາດໃສ່ນ້ຳມັນ ເພາະໄລຍະຜ່ານມາເຫັນວ່າ ປະຊາຊົນສ່ວນຫລາຍເມື່ອເຫັນແຈ້ງການລາຄານ້ຳມັນກໍພາແຫ່ກັນໄປໃສ່ ເພາະເຫດຜົນດັ່ງກ່າວຈຶ່ງເປັນເອກະພາບກັນໃນການປັບລາຄາແມ່ນປັບພາຍຫລັງປ້ຳນ້ຳມັນປິດແລ້ວ.