ທ້າຍເດືອນພະຈິກ ຜ່ານມາ, ສຳນັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການ ສປຊ ທີ່ນະຄອນ ນິວຢອກ, ໄດ້ມີພິທີລົງນາມໃນສັນຍາ ວ່າດ້ວຍການຍົກເວັ້ນວີຊາ ສຳລັບຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ບູຣູນດີ (Republic
of Burundi), ຕາງໜ້າໃຫ້ລັດຖະບານລາວ ເຊັນໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວ ເອກອັກຄະລັດ ຖະທູດ ວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການ ສປຊ ແລະ ຕາງໜ້າໃຫ້ ລັດຖະບານ ແຫ່ງ ສາທາລະນະລັດ ບູຣູນດີ ແມ່ນ ທ່ານ ເຊຟີຣິນ ແມນິຣາຕັງກາ (H.E. Mr. Zéphyrin
Maniratanga), ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສາທາລະນະລັດ ບູຣູນດີ ປະຈໍາອົງການ ສປຊ ໂດຍມີບັນດານັກການທູດຂອງທັງສອງຝ່າຍ ເຂົ້າຮ່ວມ.
ການລົງນາມສັນຍາສະບັບນີ້, ຈະເປັນການສືບຕໍ່ອໍານວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ ແລະ ຫວ່າງນັກການທູດ ແລະ ພະນັກງານລັດຖະບານ ຂອງທັງສອງປະເທດ,
ທັງເປັນການເສີມຂະຫຍາຍການພົວພັນ ແລະ ຮ່ວມມືສອງຝ່າຍ ໃຫ້ໄດ້ຮັບຜົນເປັນຈິງຫລາຍຂຶ້ນ ໂດຍສະເພາະໃນທ່າມກາງບັນຍາກາດ ທີ່ພາຍຫລັງສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 4 ກຸມພາ 2022 ຜ່ານມາ ທີ່ ນິວຢອກ.
ສາທາລະນະລັດ ບູຣູນດີ ຕັ້ງຢູ່ພາກຕາເວັນອອກ ຂອງທະວີບອາຟຣິກາ ມີຊາຍແດນຕິດກັບ 3 ປະເທດຄື: ຣູວັນດາ (Rwanda), ຕັງຊາເນຍ (Tanzania) ແລະ ສາທາລະນະລັດ ປະຊາທິປະໄຕ ກົງໂກ (D.R Congo), ມີເນື້ອທີ່ທັງໝົດ 27,834 ກິໂລຕາແມັດ ແລະ ນະຄອນຫລວງ ກິເຕກາ (Gitega). ໃນຫລາຍປີຜ່ານມາ,
ໂດຍສະເພາະພາຍໃຕ້ຂອບ ອົງການ ສປຊ, ສປປ ລາວ ແລະ ບຸຣຸນດີ ມີການຮ່ວມມືກັນໃນຫລາຍຂອບການຮ່ວມມື ເປັນຕົ້ນ ໃນກຸ່ມປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ (LLDC), ກຸ່ມ 77, ຂະບວນການບໍ່ຮ່ວມ ກຸ່ມ (NAM) ແລະ ອື່ນໆ. ບູຣູນດີ ເຂົ້າເປັນສະມາຊິກ ອົງການ ສປຊ ໃນວັນທີ 18 ກັນຍາ 1962.