ເປັນບັນຫາມາຍາວນານ ຍາກຊໍ່າໃດກໍ່ຕ້ອງແກ້ ບັນຫາເງິນເດືອນຂອງພະນັກງານລັດຊັກຊ້າ ບໍ່ຈ່າຍຕາມກຳນົດ

    0
    120

    ຍາກຊໍ່າໃດກະຕ້ອງແກ້! ບັນຫາເງິນເດືອນຂອງພະນັກງານລັດຊັກຊ້າ ບໍ່ຈ່າຍຕາມກຳນົດ.ເປັນບັນຫາມາຍາວນານສຳລັບ ການຈ່າຍເງິນເດືອນໃຫ້ພະນັກງານລັດຊັກຊ້າ ຫຼ້າສຸດ ໄດ້ມີການສະເໜີແກ້ບັນຫາດັ່ງກ່າວ ໃນການປະຊຸມສະພາແລ້ວ.

    ທ່ານ ນາງ ວາລີ ເວດສະພົງ ສສຊ ປະຈຳ ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ໄດ້ສະເໜີຢູ່ກອງປະຊຸມສະພາ ກ່ຽວກັບການຈ່າຍເງິນເດືອນໃຫ້ກັບພະນັກງານລັດ ທີ່ມີຄວາມຊັກຊ້າ ແລະ ເປັນໜີ້ ເຊິ່ງບາງກໍລະນີ ກໍບໍ່ໄດ້ຫຼາຍເດືອນ ເງິນເດືອນພະນັກງານບໍ່ແມ່ນແນວຕິດໜີ້ ເດືອນໜຶ່ງຕ້ອງໄດ້ເບີກເງິນ.

    ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີ ກະຊວງການເງິນ ກໍໄດ້ຕອບຄຳສະເໜີຂອງ ສສຊ ວ່າ: ສຳລັບຂັ້ນຕອນການເບີກເງິນເດືອນ ຈະບໍ່ໃຫ້ມີ 24 ລາຍເຊັນອີກ ສະເພາະເງິນເດືອນລັດຖະມົນຕີກະຊວງທີ່ກ່ຽວຂ້ອງເຈົ້າແຂວງເຊັນແມ່ນ ສາມາດປະຕິບັດໄດ້ເລີຍ ທີ່ຜ່ານມາແມ່ນຜ່ານເຖິງ 24 ລາຍເຊັນ ຈຶ່ງຜ່ານການອະນຸມັດແບບຄົບຖ້ວນ

    ເຮັດໃຫ້ມີການຊັກຊ້າໃນການຈ່າຍເງິນເດືອນ.ຕໍ່ໄປຈະໃຫ້ລັດຖະມົນຕີເຊັນແມ່ນສຳເລັດ ບໍ່ຈຳເປັນຕ້ອງຮອດ 24 ລາຍເຊັນ ຄືທີ່ຜ່ານມາ, ສ່ວນເງິນເດືອນທີ່ຢູ່ຫ່າງໄກສອກຫຼີກ ກະຊວງການເງິນກໍໄດ້ຄົ້ນຄວ້າແລ້ວ ເຖິງຈະບໍ່ມາເອົາເງິນກໍຕາມ ທາງກະຊວງຈະເປີດບັນຊີເງິນຝາກໄວ້ ເມື່ອຮອດມື້ແລ້ວຈະເອົາເງິນຝາກບັນຊີໄວ້ ຖ້າບໍ່ມາຖອນກໍບໍ່ໃຫ້ມາຕິລັດຖະບານອີກ.

    ຂໍ້ມູນຈາກ: ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 7 ທັນວາ 2022.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.