ປະຕິບັດຕາມທິດທາງທີ່ລັດຖະບານລະບຸໄວ້ ພາກລັດເປັນແບບຢ່າງນຳໜ້າໃນການນຳໃຊ້ລົດທີ່ແລ່ນດ້ວຍກະແສໄຟຟ້າ ກະຊວງພະລັງງານ ແລະບໍ່ແຮ່ແມ່ນກະຊວງທີ່ເຮັດໜ້າທີ່ຕົ້ນຕໍໃນການຄົ້ນຄິດ ວິໄຈ ແລະສຶກສາລະອຽດກ່ຽວກັບການນຳໃຊ້ພະລັງງານ ແລະມື້ນີ້ເພິ່ນໄດ້ສຳເລັດການຕິດຕັ້ງເຄື່ອງສາກລົດໄຟຟ້າ ເພື່ອຮັບໃຊ້ລົດພາຍໃນກະຊວງ.
ໂດຍການຮ່ວມມືລະຫວ່າງ ກົມສົ່ງເສີມ ແລະ ປະຢັດພະລັງງານ ກະຊວງ ພະລັງງານ ແລະ ບໍ່ແຮ່ ສປປ ລາວ ກັບ ລັດວິສາຫະກິດອອກແບບດ້ານວິສາວະກຳຄຸນມິງ ມົນທົນຢຸນນານ ແລະ ລັດວິສາຫະກິດສາຍສົ່ງພາກໃຕ້ ສປ ຈີນ, ໂຄງການກໍ່ສ້າງ ແລະ ຕິດຕັ້ງສະຖານີສາກລົດໄຟຟ້າຢູ່ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 17 ພະຈິກ 2022 ໂດຍແມ່ນລັດວິສາຫະກິດກໍ່ສ້າງ ແລະ ຕິດໄຟຟ້າ ເປັນຜູ້ຮັບເໝົາກໍ່ສ້າງ.
ໂຄງການດັ່ງກ່າວ ປະກອບມີລະບົບໄຟຟ້າແສງຕາເວັນ ຂະໜາດ 35 ກິໂລວັດ ໃນນີ້ລວມມີແຜ່ງໄຟຟ້າແສງຕາເວັນຕິດຕັ້ງຢູ່ເທິງຫຼັງຄາ, ລະບົບໝໍ້ແປງແຮງດັນ, ໜ່ວຍຕັດໄຟ, ໂຄງການເຫຼັກວາຍໄຟຟ້າລະບົບ DC ແລະ AC ຈຳນວນ 5 ຊຸດ ໃນນີ້ຈະມີລະບົບສາກທຳມະດາມີກຳລັງຕິດຕັ້ງ 7,5 ກິໂລວັດມີ 3 ຊຸດ ແລະ ລະບົບແບບໄວມີ 2 ຊຸດ.
ນອກຈາກນີ້, ຍັງມີລະບັບປ້ອງກັນຟ້າຜ່າ, ຕູ້ຄວບຄຸມ ແລະ ລະບົບຄວາມປອດໄພອື່ນໆ ໄດ້ຮັບການຕິດຕັ້ງຢ່າງຄົບຊຸດ. ລະບົບໄຟຟ້າແສງຕາເວັນທີ່ເປັນພະລັງງານຫຼັກຂອງໂຄງການ ຈະໄດ້ເຊື່ອມກັບລະບົບຂອງ ລັດວິສາຫະກິດໄຟຟ້າລາວ ໃນລະດັບແຮງດັ່ນຕໍ່າ ເບື້ອງຂາອອກຂອງໝໍ້ນັບໄຟ.
ມາຮອດຕົ້ນເດືອນ ທັນວາ 2022 ນີ້ ໂຄງການໄດ້ກໍ່ສ້າງ ແລະ ຕິດຕັ້ງສຳເລັດ ພ້ອມທັງໄດ້ຈັດພິທີມອບ-ຮັບໂຄງການຢ່າງເປັນທາງການໃນວັນທີ 8 ທັນວາ 2022 ນີ້ ໂດຍການເຂົ້າຮ່ວມຂອງ ທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່, ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ພ້ອມດ້ວຍຄະນະນຳຂອງບັນດາກົມ, ສະຖາບັນ ແລະ ລັດວິສາຫະກິດອ້ອມຂ້າງກະຊວງ ເຂົ້າຮ່ວມຢ່າງພ້ອມພຽງ.