ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ໄດ້ກ່າວຄຳເຫັນສັງລວມ ແລະ ຊີ້ແຈງເພີ່ມຕື່ມ ກ່ຽວກັບວຽກງານຂອງລັດຖະບານ ຕໍ່ກອງປະຊຸມສະໄໝສາມັນ ເທື່ອ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍວັນທີ 9 ທັນວາ 2022 ໂດຍສະເພາະຄໍາຖາມເຈາະຈີ້ມຕື່ມຂອງຄະນະປະຈຳສະພາແຫ່ງຊາດ ກໍຄືສະມາຊິກສະພາແຫ່ງຊາດ (ສສຊ)
ໃນນີ້ ກໍຊີ້ແຈງຕໍ່ຄໍາຊັກຖາມກ່ຽວກັບ ໂຄງການຂຸດຄົ້ນແຮ່ເຫຼັກແບບທົດລອງ ທີ່ປັດຈຸບັນການສົ່ງອອກບໍ່ໄດ້ຕາມແຜນການ ຊຶ່ງຈະເຮັດໃຫ້ການສົ່ງອອກແຮ່ເຫຼັກ ບໍ່ມີປະສິດທິຜົນທາງດ້ານເສດຖະກິດ.
ທ່ານນາຍົກລັດຖະມົນຕີໄດ້ກ່າວວ່າ: ໂຄງການຂຸດຄົ້ນແຮ່ເຫຼັກ ແບບທົດລອງ ແມ່ນໂຄງການທີ່ລັດຖະບານຈັດຕັ້ງປະຕິບັດ ຕາມເນື້ອໃນຈິດໃຈຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ. ຄືດັ່ງພວກເຮົາຮັບຮູ້ນໍາກັນແລ້ວວ່າ, ປະເທດຂອງພວກເຮົາ ແມ່ນພົບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ
ຢ່າງໜັກໜ່ວງສົມຄວນ ໂດຍສະເພາະໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ການຈັດເກັບລາຍຮັບກໍບໍ່ໄດ້ຕາມແຜນທີ່ກຳນົດໄວ້ ແລະ ມີພັນທະຕ້ອງຊໍາລະໜີ້ສິນເງິນກູ້ຈາກຕ່າງປະເທດ. ດັ່ງນັ້ນ, ເພື່ອແກ້ໄຂບໍ່ໃຫ້ປະເທດເຮົາຕົກສູ່ວິກິດດ້ານການເງິນ ລັດຖະບານໄດ້ຊອກທຸກວິທີທາງ ເພື່ອສ້າງຖານລາຍຮັບ ນໍາມາແກ້ໄຂບັນຫາທີ່ຈໍາເປັນ
ແລະ ຮີບດ່ວນຂອງຊາດ ຊຶ່ງເບື້ອງຕົ້ນໄດ້ເຮັດທົດລອງແຮ່ເຫຼັກ, ຕໍ່ມາເຫັນວ່າມີເງື່ອນໄຂສະດວກ ກໍເລີຍສືບຕໍ່ຂະຫຍາຍເຖິງ ຫີນບາໂບຣ, ແຮ່ຄໍາ ແລະ ແຮ່ຫາຍາກ ຊຶ່ງທັງໝົດໂຄງການເຮັດທົດລອງແຮ່ເຫຼົ່ານີ້ ແມ່ນມີນິຕິກໍາຂອງລັດຖະບານຮັບຮອງຢ່າງຄົບຖ້ວນ.
ຜ່ານການຈັດຕັ້ງປະຕິບັດ ໂຄງການເຮັດທົດລອງແຮ່ທາດ ສາມາດເກັບລາຍຮັບໄດ້ໃນລະດັບ ໜຶ່ງ ເຖິງຈະບໍ່ບັນລຸຕາມແຜນການທີ່ວາງໄວ້ ແຕ່ກໍປະກອບສ່ວນໃນການສ້າງຖານລາຍຮັບໃນລະດັບທີ່ແນ່ນອນ; ນອກນີ້, ກໍມີລາຍຮັບຈາກການຊື້ສິດສໍາປະທານ ຫຼື ຊື້ສິດໃນການຊອກຄົ້ນ. ດັ່ງນັ້ນ, ເດືອນ 12 ປີ 2022 ລັດຖະບານສາມາດປະຄັບປະຄອງ
ບໍ່ໃຫ້ປະເທດເຮົາຕົກເຂົ້າສູ່ວິກິດ ທີ່ບໍ່ຊໍາລະໜີ້ສິນໄດ້ ແລະ ສາມາດຈັດສັນງົບປະມານ ໃຊ້ຊໍາລະໜີ້ສິນຕ່າງປະເທດໄດ້ຕາມກຳນົດເວລາ.
ເຖິງຢ່າງໃດກໍຕາມ, ປັດຈຸບັນ ລາຄາແຮ່ເຫຼັກໃນຕະຫຼາດໂລກໄດ້ຫຼຸດລົງຫຼາຍ ຖ້າທຽບໃສ່ໃນໄລຍະຕົ້ນ ຂອງການອະນຸຍາດໂຄງການຂຸດຄົ້ນແຮ່ເຫຼັກ ແບບເຮັດທົດລອງ ເນື່ອງຈາກປັດໄຈພາຍໃນ ແລະ ພາຍນອກ ຈຶ່ງເຮັດໃຫ້ການສົ່ງອອກແຮ່ເຫຼັກພົບຄວາມຫຍຸ້ງຍາກ ແລະ ບໍ່ໄດ້ຕາມແຜນການ (ແຜນການ 12.634.900 ໂຕນ, ແຕ່ສົ່ງອອກຕົວ
ຈິງໄດ້ແຕ່ 402.000,764 ໂຕນ ຫຼື ປະມານ 3,18% ຂອງແຜນການ) ຊຶ່ງເພື່ອແກ້ໄຂບັນຫາດັ່ງກ່າວ ລັດຖະບານໄດ້ຊີ້ນໍາໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ຄົ້ນຄວ້າທຸກວິທີແກ້ໄຂບັນຫາດັງກ່າວ ທັງຊຸກຍູ້ຕິດຕາມ ແລະ ກວດກາ ການດໍາເນີນກິດຈະການຂອງບັນດາບໍລິສັດທີ່ໄດ້ເຊັນສັນຍາແລ້ວ ດັ່ງນີ້:
ໄດ້ທົບທວນພັນທະແບບມອບເໝົາ ການເຮັດທົດລອງຂຸດຄົ້ນແຮ່ເຫຼັກຄືນໃໝ່ ໂດຍການກຳນົດເອົາເປັນເປີເຊັນ ຕາມການຂຶ້ນລົງຂອງລາຄາຊື້-ຂາຍແຮ່ເຫຼັກໃນຕະຫຼາດສາກົນ (ບໍ່ເກັບແບບເດັດຖານ ຄືດັ່ງທີ່ໄດ້ກຳນົດໄວ້);
ກໍານົດພັນທະການມອບເໝົາໂດຍການແບ່ງຕາມຄຸນນະພາບຂອງແຮ່ເຫຼັກ ແລະການເກັບພັນທະ ອາດຈະຕ້ອງໄດ້ສຶກສາເປັນແຕ່ລະກໍລະນີ ເນື່ອງຈາກວ່າທີ່ຕັ້ງຂອງໂຄງການ ແລະ ຄວາມເຂັ້ມຂຸ້ນຂອງແຮ່ທາດ ຢູ່ເລິກ ຢູ່ຕື້ນ ແມ່ນກ່ຽວກັບຄຸນນະພາບຂອງແຮ່ເຫຼັກທີ່ແຕກຕ່າງກັນ ອັນໄດ້ສົ່ງຜົນກະທົບຕໍ່ຕົ້ນທຶນການຜະລິດ ແລະ ການຈໍາໜ່າຍສິນຄ້າ.
ໃນກໍລະນີທີ່ລາຄາໃນຕະຫຼາດໂລກ ສືບຕໍ່ຫຼຸດລົງເລື້ອຍໆ ຫຼື ວ່າຫຼຸດລົງກວ່າ 50 ໂດລາ ຕໍ່ໂຕນ ຄືກັບໄລຍະທ້າຍປີ 2015-2016, ລັດຖະບານ ກໍເຫັນວ່າຈະໄດ້ຢຸດການສົ່ງອອກ ເພື່ອຮັກສາໄວ້ສະ ໜອງເຂົ້າໂຮງງານຫຼອມເຫຼັກ ທີ່ອາດເກີດຂຶ້ນໃນຕໍ່ໜ້າ ຫຼື ລໍຖ້າການປັບຂຶ້ນຂອງລາຄາແຮ່ເຫຼັກ ຈຶ່ງສົ່ງອອກຕໍ່. ແຕ່ສຳລັໍບແຜນກໍ່ສ້າງ
ໂຮງງານຫຼອມເຫຼັກ ທີ່ເປັນນະໂຍບາຍຂອງລັດຖະບານ ເພື່ອສະໜອງການນໍາໃຊ້ພາຍໃນ ແລະ ສົ່ງອອກ ເພື່ອເປັນການຍົກຄຸນຄ່າຂອງແຮ່ເຫຼັກ ທັງເປັນການຊ່ວຍຜູ້ພັດທະນາໂຄງການຂຸດຄົ້ນແຮ່ເຫຼັກ ແກ້ໄຂບັນຫາລາຄາແຮ່ເຫຼັກ ທີ່ຫຼຸດລົງມານັ້ນ ປັດຈຸບັນ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຊຸກຍູ້ໃຫ້ລັດວິສາຫະກິດພັດທະນາແຮ່ທາດລາວ ສຶກສາ
ຄວາມເປັນໄປໄດ້ ທາງດ້ານເສດຖະກິດ-ເຕັກນິກ ເພື່ອດຶງດູດ ແລະ ສົ່ງເສີມໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ມາຮ່ວມລົງທຶນ. ແຕ່ເຖິງຢ່າງໃດກໍຕາມ, ການຕັ້ງໂຮງງານດັ່ງກ່າວ ກໍຍັງບໍ່ງ່າຍ ເພາະຕ້ອງມີຂະບວນການຕ່າງໆ ເປັນຕົ້ນ ເຊື້ອໄຟພະລັງງານຄວາມຮ້ອນ…. ຊຶ່ງບໍ່ຖ່ານຫີນທີ່ເຮົາມີແຕ່ລະບ່ອນ ແມ່ນບໍ່ໄດ້ຄວາມຮ້ອນທີ່ເໝາະສົມ.
ທ່ານ ນາຍົກລັດຖະມົນຕີ ຍັງກ່າວອີກວ່າ: ການຈັດຕັ້ງປະຕິບັດໂຄງການຂຸດຄົ້ນແຮ່ເຫຼັກແບບທົດລອງ ຍັງມີບັນຫາຄົງຄ້າງຈໍານວນໜຶ່ງ ທີ່ລັດຖະບານຈະຕ້ອງສືບຕໍ່ປັບປຸງ
ແກ້ໄຂ ຊຶ່ງນັບແຕ່ຕົ້ນປີນີ້ເປັນຕົ້ນມາ ກໍໄດ້ມີການພິຈາລະນາໂຈະການອະນຸມັດໃໝ່ ແລະ ໄດ້ມາເນັ້ນກັນຕື່ມໃນເດືອນ 11 ຜ່ານມານີ້ ໂດຍໄດ້ໂຈະຢ່າງຂາດຕົວ ເພື່ອໃຫ້
ຂະແໜງການກ່ຽວຂ້ອງ ປະເມີນຜົນການຈັດຕັ້ງປະຕິບັດ ການອະນຸມັດໃນໄລຍະຜ່ານມາ ປັບປຸງໃຫ້ມີປະສິດທິຜົນຂຶ້ນ; ຖ້າຫາບໍລິສັດໃດ ເຮັດບໍ່ໄດ້ຕາມນິຕິກໍາທີ່ລັດຖະບານກຳນົດ ກໍຄ່ອຍໆຖອນອອກໆ.