Gordon Ramsay ຍົກໃຫ້ອາຫານລາວແຊບເປັນອັນດັບທຳອິດ ຕໍ່ມາແມ່ນຫວຽດນາມ

    0
    164

    Gordon Ramsay ເປັບເຊັຟຊື່ດັງສັນຊາດອັງກິດ ໄດ້ກ່າວຍົກຍ້ອງໃນລະຫວ່າງການໃຫ້ສຳພາດຊ່ອງຢູທູບແຫ່ງໜຶ່ງວ່າ ປະເທດທີ່ເຊັຟມັກ ແລະ ຍ້ອງວ່າອາຫານແຊບເປັນອັນດັບທຳອິດແມ່ນລາວ ຕໍ່ມາແມ່ນຫວຽດນາມ.

    ໃນລະຫວ່າງການເດີນທາງໄປຫາກຸງໂຊລ ປະເທດເກົາຫຼີໃຕ້ ເພື່ອເປີດຮ້ານ Gordon Ramsay Street Pizza ໃນເດືອນແລ້ວນີ້ Gordon Ramsay ເປັນເຊັຟຊື່ດັງສັນຊາດອັງກິດ ເຈົ້າຂອງລາງວັນດາວມິຊ໌ລິນ 15 ດວງ ເປັນຜູ້ທີ່ມີຊື່ສຽງທາງດ້ານອາຫານ ໄດ້ໃຫ້ສຳພາດຕໍ່ Cho Seung-yeon ເຊິ່ງເປັນ Youtuber ເກົາຫຼີໃຕ້ ໄດ້ຖາມວ່າ “ສະຖານທີ່ໃດເປັນຈຸດໝາຍປາຍທາງດ້ານອາຫານອັນດັບທີ 1?”

    ເຊິ່ງເຊັຟ Gordon Ramsay ກໍໄດ້ຕອບວ່າ ວັນດັບ 1 ແມ່ນ ລາວ ຕໍ່ມາແມ່ນຫວຽດນາມ ແລະ ກຸງມາດຣິດ ປະເທດແອັດສະປາຍ ຕາມລຳດັບ.

    ເຊັຟກໍໄດ້ກ່າວວ່າ ຕົນເອງຫາກໍກັບມາຈາກປະເທດລາວ ແລະ ໄດ້ເດີນທາງໄປຫຼາຍແຂວງໃນລາວ ໃນນັ້ນກໍມີເຂດຊົນນະບົດ ແລະ ບໍ່ແມ່ນແຫຼ່ງທ່ອງທ່ຽວ ເຊິ່ງອາຫານພື້ນເມືອງເຫຼົ່ານັ້ນແຊບຫຼາຍ ແລະ ເປັນ “ທີ່ສຸດ” ສຳລັບເຊັຟ.

    ໃນຕອນທ້າຍ ເຊັຟ Gordon Ramsay ຍັງມາສະຫຼຸບຢ່າງໜັກແໜ້ນຕື່ມອີກວ່າ ອັນດັບ 1 ຂອງເມືອງແຫ່ງອາການສຳລັບເຊັຟໃນຕອນນີ້ຄື “ປະເທດລາວ” ເທົ່ານັ້ນ.

    ແຫຼ່ງຂ່າວ Nextshark

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.