ຄະນະເສດຖະສາດ ລະດົມເງິນຊື້ໂຕະຕັ່ງ ໃສ່ຫ້ອງຮຽນ ຊຸດລະ 1.500.000 ກີບ ຈຳນວນ 624 ຊຸດ

    0
    324

    ວັນທີ 3 ພະຈິກ 2022 ຜ່ານມານີ້ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ຂຽນໜັງສື ຂໍອຸປະຖໍາປັດໄຈ ແລະ ສົມທົບທຶນ ໃນການຊື້ຊຸດໂຕະ-ຕັ່ງ ປະກອບໃສ່ຫ້ອງຮຽນ ຄສບ ນໍານັກສຶກສາ, ສິດເກົ່າ ແລະ ພໍ່ແມ່-ຜູ້ປົກຄອງນັກສຶກສາ ຄສບ ຜູ້ມີຈິດສັດທາ ເພື່ອສົມທົບທຶນ ແລະ ອຸປະຖໍາປະກອບສ່ວນ ເຂົ້າໃນການຊື້ຊຸດໂຕະ-ຕັ່ງ ລວມມູນ

    ຄ່າທັງໝົດ 936.000.000 ກີບ ເພື່ອປະກອບໃສ່ຫ້ອງຮຽນຈໍານວນ 18 ຫ້ອງ ທີ່ຕຶກອາຄານຫຼັງໃໝ່ຂອງ ຄສບ ທີ່ສ້າງສໍາເລັດແຕ່ຍັງຂາດເຂີນທຶນຮອນໃນການຊື້ຊຸດໂຕະ-ຕັ່ງດັ່ງກ່າວໃຫ້ແກ່ນັກສຶກສາ ທີ່ຈະນໍາໃຊ້ໃນ ສົກສຶກສາ 2022-2023 ນີ້. ໂດຍ ມີຄວາມຕ້ອງການທັງຫມົດ 624 ຊຸດ ແລະ ມີມູນຄ່າ 1.500.000 ກີບຕໍ່ 1 ຊຸດ.

    ດັ່ງນັ້ນ, ຈຶ່ງຂໍແຜ່ປັດໄຈ ມາຍັງນັກສຶກສາ ແລະ ສິດເກົ່າ, ພໍ່ແມ-ຜູ້ປົກຄອງນັກສຶກສາ ຄສບ ທຸກໆທ່ານ ຜູ້ທີ່ ມີໃຈບຸນໃຈກຸສົນທັງຫຼາຍຮ່ວມອຸປະຖໍາສົມທົບທຶນເພື່ອສົ່ງເສີມການສຶກສານໍາທາງ ຄສບ ດ້ວຍ.

    ທ່ານ ສາມາດໂອນຜ່ານ ບັນຊີ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ໄດ້ດັ່ງນີ້: ຊື່ບັນຊີ: ເລກບັນຊີ: FEB-REUNION 160-12-14683631 LAK , 160-12-14684049 USD , 160-12-14684348 THB

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.