ຄົນເກີດວັນອາທິດ:ການງານຈະພົບຫຸ້ນສ່ວນທີ່ດີສາມາດຊ່ວຍງານທາງທຸລະກິດໄດ້ໃນຊ່ວງນີ້ ການເງິນຄົນທີ່ທ່ານໄວ້ໃຈຈະເຂົ້າມາຊ່ວຍເຫລືອອຸປະຖຳທາງດ້ານການເງິນ ຄວາມຮັກເຖິງແມ່ນຈະພົບໃຜແລ້ວກໍຕາມ ແຕ່ກໍຍັງຕ້ອງປັບຕົວເຂົ້າຫາກັນ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີດໍາ ເລກນຳໂຊກ 0
ຄົນເກີດວັນຈັນ:ການງານເຮັດທຸລະກິດດ້ານເປັນທີ່ປຶກສາ ຫລື ວຽກງານດ້ານທະນາຍຄວາມແລະ ກົດຫມາຍຈະເຮັດໃຫ້ປະສົບຄວາມສຳເລັດ ການເງິນ ມີຂ່າວດີທາງດ້ານການເງິນປະສົບຄວາມສຳເລັດ ຄວາມຮັກການເດີນທາງຕິດຕໍ່ງານຈະເຮັດພົບຄົນຜິວສອງສີທີ່ມີສະເໜ່ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີນໍ້າຕານ ເລກນຳໂຊກ6
ຄົນເກີດວັນອັງຄານ:ການງານເຮັດທຸລະກິດດ້ານການຂົນສົ່ງຈະເຮັດໃຫ້ຕົນເອງນັ້ນປະສົບຜົນສຳເລັດ ການເງິນຈະໄດ້ເງິນຈາກຜູ້ໃຫຍ່ເຂົ້າມາຊ່ວຍເຫລືອທາງດ້ານການເງິນ ຄວາມຮັກສຸກສົມຫວັງລົງຕົວໃນເລື່ອງຂອງຄວາມຮັກ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີແດງ ເລກນຳໂຊກ4
ຄົນເກີດວັນພຸດ:ການງານການລົງນາມເອກະສານສັນຍາສົ່ງຜົນຕໍ່ຄວາມຊ້າ ການເງິນຈະໄດ້ເງິນເຂົ້າມາຫລາຍເປັນເງິນພິເສດ ຄວາມຮັກຄວາມສຳພັນບໍ່ລົງຕົວເພາະບໍ່ຄ່ອຍມີເວລາໃຫ້ກັບຄົນຮັກ ເຄື່ອງມຸງຄຸນຕ່າງຫູຄໍາ ສີມຸງຄຸນສີສົ້ມ ເລກນຳໂຊກ9
ຄົນເກີດວັນພະຫັດ:ການງານເຮັດທຸລະກິດການຄ້າອະສັງຫາໃນຊ່ວງນີ້ຈະເຮັດໃຫ້ໄດ້ຮັບຜົນກຳໄລທີ່ເພີ່ມຂຶ້ນ ການເງິນໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງ ແລະ ມີຖານະດີຂຶ້ນຫລາຍກວ່າແຕ່ກ່ອນ ຄວາມຮັກສຸກສົມຫວັງໃນເລື່ອງຂອງຄວາມຮັກ ມີໂອກາດພັດທະນາຄວາມສຳພັນ ເຄື່ອງມຸງຄຸນຫີນນໍາໂຊກສີແດງ ສີມຸງຄຸນສີບົວ ເລກນຳໂຊກ7
ຄົນເກີດວັນສຸກ:ການງານມີໂອກາດຈະໄດ້ປ່ຽນວຽກໃໝ່ແບບບໍ່ທັນຕັ້ງໂຕ ການເງິນລາຍຈ່າຍຫລາຍເປັນພິເສດໃນຊ່ວງນີ້ ລະວັງຈະໝຸນເງິນບໍ່ທັນໃຊ້ຈ່າຍ ຄວາມຮັກຄົນຜິວຂາວຍັງມີບົດບາດໃນຊີວິດໃນເລື່ອງຂອງຄວາມສຳພັນດ້ານຄວາມຮັກ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີເຫຼືອງ ເລກນຳໂຊກ1
ຄົນເກີດວັນເສົາ:ການງານທຸລະກິດຈະການງານທີ່ກ່ຽວຂ້ອງກັບເຍົາວະຊົນ ຫຼື ການເປີດສອນຕິວເຕີ້ດ້ານພາສາ ຈະໄດ້ຜົນກຳໄລທີ່ດີ ການເງິນຫາໄດ້ຫລາຍກໍໃຊ້ຈ່າຍອອກໄປຫລາຍ ໃນຊ່ວງນີ້ຈະບໍ່ມີເງິນເກັບ ຄວາມຮັກຮູ້ສຶກວ່າຄວາມສຳພັນໃນເທື່ອນີ້ຈະເກີດກຳແພງໃນໃຈລະຫວ່າງກັນ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີດໍາ ເລກນຳໂຊກ1