ທ່ານ ທອງລຸນ ສີສຸລິດ ປະທານເທດເດີນທາງເຖິງແຂວງຊຽງຂວາງ ເພື່ອຮ່ວມງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI

    0
    89

    ເຊົ້າວັນທີ 13 ທັນວາ 2022 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງເຖິງແຂວງຊຽງຂວາງ ເພື່ອເຂົ້າຮ່ວມພິທີໄຂງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI (ຊຽງຂວາງເກມ) ທີ່ຈະຈັດຂຶ້ນຢ່າງເປັນທາງການ ໃນຕອນແລງ 13 ທັນວານີ້ ພ້ອມທັງເປັນວັນຄ້າຍວັນເກີດ ຂອງ

    ປະທານໄກສອນ ພົມວິຫານ ບິດາຜູ້ໃຫ້ກຳເນີດກອງທັບປະຊາຊົນປະຕິວັດລາວ ທ່ານຄືຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຄົບຮອບ 102 ປີ 13/12/1920-13/12/2022.

    ໂດຍໄດ້ຮັບການຕ້ອນຮັບຂອງ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ແລະ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍານນໍາຂອງແຂວງ.

    ການມາເຂົ້າຮ່ວມພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ 2022 ຂອງ ທ່ານປະທານປະເທດຄັ້ງນີ້ ຈະເປັນອີກໜຶ່ງປະຫວັດສາດທີ່ສຳຄັນຂອງງວົງການກິລາລາວ ແລະ ກໍເປັນປະຫວັດສາດອັນສຳຄັນຂອງແຂວງຊຽງຂວາງ ເຈົ້າພາບຈັດງານມະຫະກຳກິລາແຫ່ງຊາດຄັ້ງນີ້.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.