ຕຳຫລວດຈະລາຈອນ ພົບລົດໃຫຍ່ປອມແປງເອກະສານ 4 ຄັນ ແລະ ລົດຈັກບໍ່ມີເອກະສານ 31 ຄັນ

    0
    103

    ວັນທີ 13 ທັນວາ 2022 ພະແນກຈະລາຈອນ ແຂວງບໍ່ແກ້ວ ໄດ້ລົງກວດກາລົດຈັກ ຢູ່ທີ່ໂຮງຮຽນມໍປາຍຫ້ວຍຊາຍ ພົບລົດຈັກດັດແປງສະພາບເຕັກນິກ 14 ຄັນ ແລະ ລົດຈັກບໍ່ມີເອກະສານ 31 ຄັນ. ພ້ອມທັງກັກຈຳນວນລົດດັ່ງກ່າວໄປກວດກາຄືນຕື່ມຢູ່ພະແນກຈະລາຈອນແຂວງ ແລະ ຈະໄດ້ເຈົ້າຂອງລົດຈັກພ້ອມດ້ວຍຜູ້ປົກຄອງມາທຳການສຶກສາອົບຮົມຕາມລະບຽບການ.

    ນອກຈາກນີ້ ຈະລາຈອນແຂວງຍັງກວດພົບລົດໃຫຍ່ ປ້ອມແປງເອກະສານຈຳນວນ 4 ຄັນ ຄື: ລົດເກງ ອີແລນຕ້າ 1 ຄັນ, ລົດກະບະລີໂວ 2 ຄັນ, ລົດຟໍຈູນເນີ1 ຄັນ. ຕາມທ້ອງຖະໜົນ ຈາກການຕັ້ງດ່ານກວດກາ, ລົດທັງ 4 ຄັນນີ້ ເປັນອອກປ້າຍທະບຽນ ແຂວງບໍ່ແກ້ວ.ປັດຈຸບັນທາງເຈົ້າໜ້າທີ່ພວມດຳເນີນສືບສວນ-ສອບສວນ ເຈົ້າຂອງລົດຈຳນວນລົດດັ່ງກ່າວ.


    ຕຳຫລວດຈະລາຈອນ ພົບລົດໃຫຍ່ປອມແປງເອກະສານ 4 ຄັນ ແລະ ລົດຈັກບໍ່ມີເອກະສານ 31 ຄັນ


    ຕຳຫລວດຈະລາຈອນ ພົບລົດໃຫຍ່ປອມແປງເອກະສານ 4 ຄັນ ແລະ ລົດຈັກບໍ່ມີເອກະສານ 31 ຄັນ


    ຕຳຫລວດຈະລາຈອນ ພົບລົດໃຫຍ່ປອມແປງເອກະສານ 4 ຄັນ ແລະ ລົດຈັກບໍ່ມີເອກະສານ 31 ຄັນ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.