ຮອງນາຍົກລັດຖະມົນຕີເນັ້ນ ສືບຕໍ່ເຂັ້ມງວດແກ້ໄຂບັນຫາຢາເສບຕິດ ແລະ ປາກົດການຫຍໍ້ທໍ້ຂອງສັງຄົມໃຫ້ໝົດໄປ

    0
    70

    ວັນທີ 14 ທັນວາ 2022ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສຄັ້ງທີ 5 ສະໄໝທີ V ໄດ້ຈັດຂຶ້ນ ເປັນປະທານໂດຍ ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັນ ເລຂາຄະນະພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ, ມີເລຂາ-ຮອງເລຂາ, ຄະນະປະຈໍາພັກ, ຄະນະພັກກະຊວງ, ເລຂາຄະນະພັກກົມກອງອ້ອມຂ້າງກະຊວງ ປກສ ເຂົ້າຮ່ວມ.

    ໃນພິທີ ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ໄດ້ກ່າວໄຂກອງປະຊຸມຄັ້ງນີ້ວ່າ: ກອງປະຊຸມຄົບຄະນະບໍລິຫານງານ ພັກກະຊວງປ້ອງກັນຄວາມສະຫງົບ ຄັ້ງທີ 5 ສະໄໝທີ V ເພື່ອພ້ອມກັນສະຫຼຸບຕີລາຄາການນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ໃນ 6 ເດືອນທ້າຍປີ 2022 ແລະ ກໍານົດທິດທາງ ທີ່ຈະສຸມ ໃສ່ນໍາພາ-

    ຊີ້ນໍາ ໃນ 6 ເດືອນຕົ້ນປີ 2023. ພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະບໍລິຫານງານພັກກະຊວງ ກໍຄື ຄະນະພັກແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດແນວທາງຂອງພັກ, ກົນໄກການຄຸ້ມຄອງຂອງລັດ ແລະ ວຽກງານຈຸດສຸມຂອງກະຊວງ; ພວກເຮົາ ຍັງສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ ເປັນຕົ້ນແມ່ນການ ຈັດຕັ້ງຜັນຂະຫຍາຍມະຕິກອງ

    ປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນຄວາມສະ ຫງົບ ໃຫ້ຕິດພັນກັບບັນດາມະຕິຂອງສູນກາງ ເຊິ່ງໄດ້ເຂົ້າສູ່ຂະບວນການຕົວຈິງຂອງກົມກອງທ້ອງຖິ່ນ; ການຜັນຂະຫຍາຍ, ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ການຫັນກໍາລັງລົງກໍ່ສ້າງຮາກຖານການເມືອງ, ການແກ້ໄຂປະກົດການຫຍໍ້ທໍ້ໃນ

    ສັງຄົມ, ວຽກງານຮັບປະກັນຄວາມປອດໄພໃຫ້ແກ່ກອງປະຊຸມ, ບັນດາໂຄງການ, ກິດຈະການສໍາຄັນທີ່ເປັນບູລິມະສິດຂອງລັດຖະບານ ແລະ ອື່ນໆ, ເຊິ່ງ ໄດ້ເປັນການປະກອບສ່ວນ, ສ້າງເງື່ອນໄຂ ແລະ ສາມາດເຮັດໃຫ້ ສະພາບໃນຂອບເຂດທົ່ວປະເທດມີຄວາມສະຫງົບໂດຍພື້ນຖານ ແລະ ການປັບປຸງກໍ່ສ້າງກໍາລັງ ປກສ ພວກເຮົາ ກໍມີຫຼາຍ

    ດ້ານທີ່ພົ້ນເດັ່ນ; ແຕ່ທັງໝົດນັ້ນ ຍັງເຫັນວ່າມີບາງບັນຫາທີ່ພວກເຮົາ ຈະຕ້ອງໄດ້ເອົາໃຈໃສ່ຕື່ມ ເປັນຕົ້ນ ການຄຸ້ມຄອງປ້ອງກັນພາຍໃນ, ການແກ້ໄຂບັນຫາອາຊະຍາກໍາ, ການແກ້ໄຂບັນ ຫາຢາເສບຕິດ ທີ່ນອນໃນວຽກງານປ້ອງກັນຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ; ການປັບປຸງກົງຈັກການຈັດຕັ້ງ,

    ບຸກຄະລາກອນ, ປ້ອງກັນກໍາລັງເພື່ອເຮັດໃຫ້ກໍາລັງ, ກົມກອງມີຄວາມສະຫງົບທີ່ນອນໃນຂົງເຂດວຽກງານການເມືອງ; ບັນດາແຜນການ, ຄາດໝາຍສູ້ຊົນໃນການຜະລິດ, ດໍາເນີນທຸລະກິດ ແລະ ແກ້ໄຂຊີວິດການເປັນຢູ່ ເພື່ອກ້າວໄປເຖິງການກຸ້ມຕົນເອງ, ເພິ່ງຕົນເອງບາງດ້ານທີ່ນອນໃນຂົງເຂດພະລາທິການ; ການພົວພັນຮ່ວມມືກັບຕ່າງປະເທດ ແລະ ບັນດາວຽກງານປິ່ນອ້ອມຫນ້າທີ່ການເມືອງອື່ນໆ.

    ບັນດາວຽກງານທີ່ກ່າວມານັ້ນ ເຖິງວ່າພວກເຮົາ ໄດ້ສຸມໃສ່ຊີ້ນໍາ-ນໍາພາເປັນປົກກະຕິ, ຕໍ່ເນື່ອງ ທັງຕິດຕາມ, ຊຸກຍູ້ ແລະ ຖອດຖອນບົດຮຽນເປັນປະຈໍາ ແຕ່ກໍເຫັນວ່າ ບັນຫາປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນໃນຂົງເຂດດັ່ງກ່າວ ຍັງບໍ່ທັນຮັບການແກ້ໄຂຢ່າງຕັ້ງໜ້າ, ເຖິງຖອງ, ບາງດ້ານມີຄໍາສັ່ງ, ມີມະຕິແລ້ວ ຍັງບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດ ຫຼືປະຕິບັດ ກໍ່ຊັກຊ້າ; ອັນໄດ້ສົ່ງຜົນກະທົບໂດຍກົງ ຕໍ່ການນໍາພາຂອງພັກ ເວົ້າລວມ, ເວົ້າສະເພາະໃນການປັບປຸງກໍ່ສ້າງ ກໍາລັງ ປກສ ພວກເຮົາ.

    ກອງປະຊຸມໄດ້ພ້ອມກັນສຸມໃສ່ຄົ້ນຄ້ວາ ແລະ ປະກອບຄໍາເຫັນ ເປັນຕົ້ນແມ່ນກຳນົດທິດທາງແຜນການ ເພື່ອເປັນເອກະພາບ ແລະ ນໍາເຂົ້າສູ່ການຈັດຕັ້ງຜັນຂະຫຍາຍໃຫ້ສອດຄ່ອງກັບເງື່ອນໄຂການຊີ້ນໍາ-ນໍາພາ ຂອງຄະນະບໍລິຫານງານພັກກະຊວງ ປກສ ເປັນຕົ້ນແມ່ນການຕີລາຄາສະພາບການຈັດຕັ້ງຊີ້ນໍາ-ນໍາພາ, ມີຄວາມຮັບຜິດຊອບໃນການ

    ເບິ່ງບັນຫາໃຫ້ຖືກກັບສະພາບຄວາມເປັນຈິງ, ຍົກໃຫ້ເຫັນອັນທີ່ເຮັດໄດ້, ອັນທີ່ເປັນບົດຮຽນ ແລະ ສິ່ງຫຍໍ້ທໍ້ຄົງຄ້າງຕ່າງໆ ກໍຄືການແກ້ໄຂບັນຫາຕົວຈິງໃຫ້ຖືກຕ້ອງ, ທັນສະພາບການ ແລະ ຮັບປະກັນ ໃຫ້ການກໍານົດແຜນວຽກ ຈຸດສຸມໃນຕໍ່ໜ້າ ແທດເໝາະກັບສະພາບແວດລ້ອມຕົວຈິງຂອງກໍາລັງ ດ້ວຍຈິດໃຈບຸກທະລຸ, ເຮັດທຸກຂົງເຂດທີ່ນອນໃນຄວາມຮັບຜິດຊອບການເມືອງ ມີການຫັນປ່ຽນດີຂຶ້ນ ແລະ ເກີດໝາກຜົນຕົວຈິງ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.