ສຳນັກຂ່າວຫວຽດນາມລາຍງານໃຫ້ຮູ້ວ່າ: ວັນທີ 13 ທັນວາ 2022 ທີ່ຜ່ານມາ ນາງ ລາກິແອງ ຫລື ລາທິແອງ Miss Viet Nam Continents 2018 ຖືກສານປະຊາຊົນ ນະຄອນໂຮ່ຈີມິນຕັດສິນຄະດີໃນຂໍ້ຫາລັກຊັບ ຫລັງທີ່ນາງໄດ້ລັກໂມງ ໂຣເລັກ ມີມູນຄ່າເກືອບ 80,000 ໂດລາສະຫະລັດ ຂອງຄົນຮັກ.
ເຫດເກີດໃນປີ 2021 ຫລັງຈາກທີ່ນາງໄດ້ໄປຄ້າງຄືນກັບຄົນຮັກຫລາຍຄັ້ງ ຈຶ່ງຮູ້ວ່າ ຄົນຮັກຕົນເອງມີໂມງ ໂຣເລັກ 80,000 ໂດລາ ຈຶ່ງໄດ້ໄປຊື້ຂອງປອມແບບດຽວກັນມາສັບປ່ຽນໃນຂະນະທີ່ກຳລັງນອນຫລັບ, ພາຍຫລັງທີ່ຖືກຈັບໄດ້ ຈຶ່ງແຈ້ງເຈົ້າໜ້າທີ່ຕຳຫລວດ ຜູ້ກ່ຽວໄດ້ຍອມຮັບສາລະພາບທຸກຂໍ້ກ່າວຫາ ສານຈຶ່ງຕັດສິນໃຫ້ມີຄວາມຜິດຕິດຄຸກ 7 ປີ ບໍ່ຖ້າລົງອາຍາ.
ສານສັ່ງຈຳຄຸກ ອະດີດ Miss Viet Nam Continents 2018 ເປັນເວລາ 7 ປີ ໃນຂໍ້ຫາຄະດີລັກຊັບ
ສານສັ່ງຈຳຄຸກ ອະດີດ Miss Viet Nam Continents 2018 ເປັນເວລາ 7 ປີ ໃນຂໍ້ຫາຄະດີລັກຊັບ
ສານສັ່ງຈຳຄຸກ ອະດີດ Miss Viet Nam Continents 2018 ເປັນເວລາ 7 ປີ ໃນຂໍ້ຫາຄະດີລັກຊັບ