ກອງບັນຊາການ ປກສ ແຂວງຫຼວງນ້ຳທາ ໄດ້ຈັດພິທີປະກາດຍົກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດ ໃນວັນທີ 9 ທັນວາ 2022, ໂດຍມີ ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ພ້ອມດ້ວຍຄະນະ, ພົຈວ ອິນສົມ ທຳລະສິນ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງນ້ຳທາ, ຄະນະພັກ-ຄະນະບັນຊາກອງບັນຊາການ, ບັນດາຫົວໜ້າ-ຄະນະຫ້ອງ, ນາຍຕຳຫຼວດ ປກສ 5 ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ພັອ ສົມພອນ ແກ້ວພູທອນ ຮອງຫົວໜ້າກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຜ່ານຂໍ້ຕົກລົງຂອງ ກະຊວງ ປກສ ວ່າດ້ວຍ ການຍົກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດ ກອງບັນຊາການ ປກສ ແຂວງຫຼວງນ້ຳທາ ເຊິ່ງໄດ້ປະກາດຍົກຍ້າຍດັ່ງນີ້:
- ພັທ ຄຳຕຸ່ນ ບຸນລຽນຂັນ ຈາກຫົວໜ້າຄະນະຄຸ້ມຄອງດ່ານສາກົນ ບໍ່ເຕນ ໄປຮັບໜ້າທີ່ໃໝ່ເປັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ
- ພັທ ຄຳແຝງ ວີປະເສີດ ຈາກຫົວໜ້າຄະນະລັດວິສະຫະກິດບໍລິການຄວາມປອດໄພ ໄປຮັບໜ້າທີ່ໃໝ່ເປັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ທັງເປັນ ຫົວໜ້າຫ້ອງຕຳຫຼວດ
- ພັທ ອຳໄພ ອິນທະປັນຍາ ຈາກກົມໃຫຍ່ສັນຕິບານ ມາຮັບໜ້າທີໃໝ່ເປັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ທັງເປັນ ຫົວໜ້າຄະນະຄຸ້ມຄອງດ່ານສາກົນ ບໍ່ເຕນ
- ພັທ ພູນເພັດ ເຫຼົາອິນ ຈາກຮັກສາການຫົວໜ້າກອງບັນຊາການ ປກສ ເມືອງລອງ ມາເປັນ ຫົວໜ້າຫ້ອງການເມືອງ
- ພັຕ ເປ້ຍ ສີວັງລາດ ຈາກຮອງຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເປັນ ຮອງຫົວໜ້າຫ້ອງການເມືອງ
- ພັທ ຢ່ອຍຄຳ ລິດປັນຍາ ຈາກຫົວໜ້າພະແນກປະມວນຂ່າວ ຂຶ້ນເປັນ ຮອງຫົວໜ້າຫ້ອງ 504
- ພັທ ນາງ ຄໍາຫຼ້າ ຈິດຕະວົງ ຈາກຮອງຫົວໜ້າຫ້ອງການເມືອງ ໄປຮັບໜ້າທີ່ໃໝ່ເປັນ ຮອງຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ
- ພັທ ນາງ ບົວຮວຍ ຄິດທະໄຊ ຈາກຫົວໜ້າພະແນກສຳມະໂນຄົວ ແລະ ຍົກຍ້າຍຖິ່ນຖານ ຂຶ້ນເປັນ ຮອງຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ
- ພັທ ກອງແສງ ສີພາວັນ ຈາກຫົວໜ້າສໍານັກງານກອງພັນ ຂຶ້ນເປັນ ຮອງຫົວໜ້າກອງພັນປ້ອງກັນເຄື່ອນທີ່
- ພັທ ຄຳແສງ ວິໄລຈິດ ຮັກສາການຫົວໜ້າຄ້າຍຄຸມຂັງ-ດັດສ້າງ ຂຶ້ນເປັນ ຫົວໜ້າຄ້າຍຄຸມຂັງ-ດັດສ້າງ
- ພັທ ນິດສະວົງ ຄຸນພະຈັນສີ ຈາກຮອງຫົວໜ້າຫ້ອງສັນຕິບານ ໄປຮັບໜ້າທີໃໝ່ເປັນ ຫົວໜ້າກອງບັນຊາການ ປກສ ເມືອງລອງ
- ພັທ ບຸນຈອນ ທັນທະວົງ ຈາກຮອງຫົວໜ້າຫ້ອງ 504 ໄປຮັບໜ້າທີ່ໃໝ່ເປັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງລອງ
- ພັທ ຄຳໄຊ ທຳມະວົງ ຈາກຫົວໜ້າພະແນກ 504 ຂຶ້ນເປັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງລອງ
- ພັທ ໄມຄຳສາ ບຸນທະວີ ຈາກຫົວໜ້າພະແນກສັນຕິບານ ເປັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງລອງ
- ພັທ ຄໍາພຸດ ອິນປັນຍາ ຈາກຮອງຫົວໜ້າຫ້ອງສັນຕິບານ ໄປຮັບໜ້າທີໃໝ່ເປັນ ຫົວໜ້າກອງບັນຊາການ ປກສ ເມືອງສິງ
- ພັທ ຄອນສະຫວ່າງ ວິລະຫວ່າງ ຈາກຫົວໜ້າພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ໄປຮັບໜ້າທີ່ໃໝ່ເປັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງສິງ
- ພັທ ບຸນຄາມ ເປຼົາປັນຍາ ຈາກຫົວໜ້າພະແນກຕຳຫຼວດ ປກສ ເມືອງ ຂຶ້ນເປັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງວຽງພູຄາ
- ພັທ ຈ໋າຍ ບິດສະວົງ ຈາກຮອງຫົວໜ້າລັດວິສະຫະກິດບໍລິການຄວາມປອດໄພ ຂຶ້ນເປັນ ຫົວໜ້າລັດວິສະຫະກິດບໍລິການຄວາມປອດໄພ
ໂອກາດດັ່ງກ່າວ, ພົຕ ວັນທອງ ກອງມະນີ ໄດ້ຊີ້ນຳບັນດານາຍຕຳຫຼວດທີ່ຖືກຍົກຍ້າຍ ແລະ ແຕ່ງຕັ້ງໃໝ່ ພ້ອມດ້ວຍຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຈົ່ງເພີ່ມທະວີເອົາໃຈໃສ່ປະຕິບັດໜ້າທີ່ວຽກງານການເມືອງ-ນຳພາແນວຄິດ ໃຫ້ສະມາຊິກພັກ-ພະນັກງານຢ່າງທົ່ວເຖິງ, ປົກກະຕິ, ເປັນແບບຢ່າງນຳໜ້າໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບ, ເອົາໃຈໃສ່ປັບປຸງແບບແຜນນຳພາ ແລະ ວິທີເຮັດວຽກໃຫ້ມີຄຸນນະພາບ, ແທດເໝາະກັບສະພາບຕົວຈິງໃນປັດຈຸບັນ, ຍົກສູງສະຕິຕໍ່ການຈັດຕັ້ງ ແລະ ເປັນເຈົ້າການປະຕິບັດລະບຽບຂອງກຳລັງຢ່າງເຂັ້ມງວດ.