ສຶກສາອົບຮົມກຸ່ມແກ້ງຂັບຂີ່ລົດກວນເມືອງ ພ້ອມລົດດັດແປງສະພາບເຕັກນິກ 3 ຄັນ

    0
    123

    ຂ່າວ ປກສ ແຂວງຫລວງນໍ້າທາລາຍງານໃຫ້ຮູ້ວ່າ: ຕົ້ນເດືອນ ທັນວາ 2022  ນີ້ ເຈົ້າໜ້າທີ່ຕໍາຫຼວດກອງຈະລາຈອນ ປກສ ເມືອງລອງ ແຂວງຫຼວງນ້ຳທາ ໄດ້ສຶກສາອົບຮົມກຸ່ມແກ້ງ, ນັກຂັບຂີ່ລົດ ທີ່ຜິດລະບຽບການສັນຈອນທາງບົກ. ໂດຍການເຂົ້າຮ່ວມ ພັຕ ແສງຄໍາ ຜົ້ງສາລີ ຮອງຫົວໜ້າພະແນກຕໍາຫຼວດ ປກສ ເມືອງລອງ, ມີຄູ-ອາຈານ, ພໍ່ແມ່ຜູ້ປົກຄອງ ຕະຫຼອດຮອດນັກຂັບຂີ່ ເຂົ້າຮ່ວມ.

    ພັຕ ແສງຄໍາ ຜົ້ງສາລີ ໄດ້ຍົກໃຫ້ເຫັນເຖິງການລະເມີດລະບຽບການສັນຈອນ ແລະ ກົດໝາຍວ່າດ້ວຍການຈະລາຈອນທາງບົກ ໃຫ້ແກ່ນັກຂັບຂີ່ໄດ້ຮັບຮູ້ ແລະ ເຂົ້າໃຈ ເປັນຕົ້ນແມ່ນ ການດັດແປງສະພາບເຕັກນິກ, ໃຊ້ຄວາມໄວເກີນກໍານົດ, ແລ່ນລົດທີ່ມີສຽງດັງເກີນມາດຕະຖານ, ບໍ່ໃສ່ໝວກກັນກະທົບ ແລະ ບໍ່ມີເອກະສານຄົບຖ້ວນເລົ່ານີ້ເປັນຕົ້ນ. ເຊິ່ງລວມມີນັກຂັບຂີ່ທັງໝົດ 6 ຄົນ, ອາຍຸລະຫວ່າງ 15-19 ປີ, ນຳໃຊ້ພະຫານະທີ່ດັດແປງ ຈຳນວນ 3 ຄັນ.

    ຈຸດປະສົງໃນການສຶກສາອົບຮົມ ກໍເພື່ອໃຫ້ຜູ້ຂັບຂີ່ ແລະ ພໍ່ແມ່ຜູ້ປົກຄອງ, ຄູ-ອາຈານ ຮັບຮູ້ເຖິງການປະພຶດຂອງລູກຫຼານ, ນ້ອງນັກຮຽນ ຕໍ່ໄປບໍ່ໃຫ້ເຂົາເຈົ້າເຄື່ອນໄຫວກໍ່ເຫດຕື່ມອີກ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.