ມາແລ້ວ ລົດຮຸນໄດໄຟຟ້າທ່ານສາມາດມາສຳຜັດດ້ວຍໂຕເອງທີ່ຈຸດຂາຍໂຄລາວມື້ນີ້ເປັນຕົ້ນໄປ

    0
    108

    ນັບແຕ່ມີການນຳໃຊ້ລົດໄຟຟ້າໃນລາວ ແມ່ນມີຄຳຖາມມາເປັນໄລຍະໆວ່າປານໃດໂຄລາວຈະນຳເອົາລົດໄຟຟ້າເຂົ້າມາ ແລະມາຮອດມື້ນີ້ ບໍ່ຕ້ອງຖາມອີກຕໍ່ໄປເພາະລົດໄຟຟ້າຈາກບໍລິສັດໂຄລາວມາຮອດນະຄອນຫຼວງວຽງຈັນເປັນທີ່ຮຽບຮ້ອຍແລ້ວ.

    ແລະໃນປີນີ້ຖືເປັນປີແຫ່ງການສ້າງປະກົດການໃໝ່ອີກຄັ້ງຂອງຮຸນໄດ ທີ່ີຈະເຂົ້າມາບຸກ ຕະຫຼາດລົດໄຟຟ້າ ຫຼື EV ໃນ
    ປະເທດລາວ ໂດຍທຳອິດນີ້ແມ່ນຈະນຳເອົາລົດ Hyundai IONIQ5 ເຊີ່ງເປັນລົດໄຟຟ້າລຸ້ນທຳອິດຂອງຮຸນໄດ ຈາກ
    ປະເທດເກົາຫຼີມາເປີດໂຕກ່ອນ ໃນປີນີ້ເຊີ່ງເປັນລົດທີ່ຫຼູຫຼາສວຍງາມ ແລະ ເທັກໂນໂລຍີທີ່ລ້ຳສະໄໝລະດັບໂລກ ຢາກໃຫ້ທ່ານໄດ້ມາສຳຜັດດ້ວຍໂຕເອງ.

    ທ່ານໜູໄຊ ແຫວນສະຫວັນ ປະທານກຸ່ມບໍລິສັດໂຄລາວກ່າວ່າ:  HYUNDAI ແມ່ນຍີ່ຫໍ້ລົດທີ່ໄດ້ຮັບຄວາມນິຍົມສູງ ໃນ ສປປ ລາວ ແລະ ໃນທົ່ວໂລກ ໂດຍສະເພາະແມ່ນປະເພດລົດເກັງທີ່ໄດ້ຮັບຄວາມນິຍົມໃນການນໍາໃຊ້ທົ່ວສັງຄົມລາວ ມາຫລາຍກວ່າ 20 ປີ ບໍລິສັດ ໂຄລາວ ແມ່ນບໍລິສັດຕົວແທນຈໍາຫນ່າຍລົດ ຍີ່ຫໍ້HYUNDAI ໃນ ສປປ ລາວ ຢ່າງເປັນທາງການ.

    ຕະຫຼອດໄລຍະເວລາຫຼາຍປີທີ່ຜ່ານມາ ດ້ວຍຄວາມໄວ້ວາງໃຈຂອງລູກຄ້າທີ່ໄດ້ຊົມໃຊ້ລົດ Hyundai ມາຫຼາຍໆລຸ້ນຍັງຄົງເຊື່ອໝັ້ນໃນຄຸນນະພາບ ມາດຕະຖານ ແລະ ທຸກຄົນກໍ່ຍັງຄົງເຝົ້າລໍຄອຍລົດໄຟຟ້າຈາກຍີ່ຫໍ້ຮຸນໄດ. ມາຮອດມື້ນີ້ຕ້ອງບອກວ່າ ສິ້ນສຸດການຄອງຄອຍເພາະທາງບໍລິສັດໂຄລາວໄດ້ນໍາເອົາລົດໄຟຟ້າ ຍີ່ຫໍ້ຮຸ່ນໄດ ລຸ້ນIONIQ5 ທີ່ເປັນລົດຈິບໄຟຟ້າ 100% ຂະໜາດ 5 ບ່ອນນັ່ງ ທີ່ມີຮູບໂສມທີ່ໂດດເດັ່ນ ເທັກໂນໂລຍີທີ່ລໍ້າສະໄຫມ ແລະ ສະມັດທະນະພາບລົດທີ່ເຫນືອກວ່າມາຍັງທ່ານລູກຄ້າຂອງບໍລິສັດໂຄລາວ ໄດ້ນໍາໃຊ້ກັນແລ້ວ.

    ລົດໄຟຟ້າ HYUNDAI IONIQ5 ລຸ້ນນີ້ແມ່ນລົດທີ່ໄດ້ຮັບລາງວັນຊະນະເລີດລົດຍົນດີເດັ່ນລະດັບໂລກໃນປີ 2022 ຫລື The Winner of World Car Award 2022 ດັ່ງນັ້ນສາມາດເຊື້ອໝັ້ນໄດ້ເລີຍວ່າ ເປັນລົດໄຟຟ້າທີ່ດີທີ່ສຸດແຫ່ງປີ ມີການອອກແບບສວຍງາມໂດດເດັ່ນທີ່ສຸດ ເປັນລົດໄຟຟ້າແຫ່ງປີ ທີ່ມາພ້ອມມາຄຸນນະພາບທີ່ດີເລີດ ແລະ ມາດຕະຖານຄວາມປອດໄພລະດັບໂລກ ແລະ ທີ່ສໍາຄັນ ດ້ວຍວັດສະດຸຕ່າງໆທີ່ເປັນອົງປະກອບຂອງລົດໄຟຟ້າ HYUNDAI IONIQ5 ຄັນນີ້ ແມ່ນມີສ່ວນປະສົມຂອງສານຊີວະພາບ ເຊິ່ງເປັນແນວຄິດໃສ່ໃຈສິ່ງແວດລ້ອມ ຖືເປັນຕົ້ນແບບຂອງແນວຄວາມຄິດພື້ນຖານ ໃນການອອກແບບລົດລຸ້ນນີ້ ສະນັ້ນຈຶ່ງຖືໄດ້ວ່າ“ນີ້ແມ່ນລົດໄຟຟ້າແຫ່ງອານາຄົດຢ່າງແທ້ຈິງ”.

    ຄຽງຄູ່ກັບການເປີດໂຕລົດໄຟຟ້າ HYUNDAI IONIQ5 ໃນຄັ້ງນີ້ ທາງບໍລິສັດໂຄລາວຍັງໄດ້ແນະນໍາສະຖານີສາກ ແລະ ແຜນຂະຫຍາຍສະຖານີສາກໄຟຟ້າໄປທົ່ວປະເທດ ເພື່ອເພີ່ມຄວາມສະດວກ ແລະ ຄວາມຫມັ້ນໃຈໃນການນໍາໃຊ້ລົດໄຟຟ້າ ເດີນທາງໄປສູ່ຈຸດຫມາຍປາຍທາງຕ່າງໆ ຂອງທ່ານລູກຄ້າ ບໍລິສັດໂຄລາວ ພ້ອມກັນນັ້ນ ເພື່ອຮອງຮັບການໃຫ້ບໍລິການ ແລະ ການເຕີບໂຕຂອງລົດໄຟຟ້າໃນ ສປປ ລາວ ໃນອະນາຄົດອັນໃກ້.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.