ປີ 2022 ນະຄອນຫຼວງວຽງຈັນ ມີປະ ກົດການຫຍໍ້ທໍ້ ຫຼາຍກວ່າ 1.600 ກວ່າເລື່ອງ

    0
    67

    ນະຄອນຫຼວງວຽງຈັນ ມີສະພາບປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 1.692 ເລື່ອງ ໃນປີ 2022, ໃນນີ້ສາມາດແກ້ໄຂໄດ້ 2.044 ເລື່ອງ (ນັບທັງເລື່ອງທີ່ເກີດຂຶ້ນແຕ່ປີ 2021), ກັກຕົວຜູ້ຖືກຫາໄດ້ 3.283 ຄົນ (ຍິງ 429 ຄົນ), ຄະດີທີ່ພົ້ນເດັ່ນກວ່າໝູ່ແມ່ນລັກຊັບເກີດຂຶ້ນ 1.471 ເລື່ອງ.

    ພົຈວ ປອ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ຂຶ້ນລາຍງານ ການຈັດຕັ້ງປະຕິບັດ ແລະ ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນແມ່ນ: ການຄາດຕະກໍາ, ການປຸ້ນຊັບ, ຊິງຊັບ, ລັກຊັບພົນລະເມືອງ ແລະ ອື່ນໆ ຢູ່ ນະຄອນຫຼວງວຽງຈັນ ຕໍ່ກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ

    ປະຈໍາປີ 2022 ແລະ ທິດທາງແຜນການວຽກງານຈຸດສຸມປີ 2023 ໃນວັນທີ 15 ທັນວາ 2022 ວ່າ: ໃນປີນີ້, ນະຄອນຫຼວງວຽງຈັນ ມີສະພາບປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 1.692 ເລື່ອງ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 129 ເລື່ອງ, ສາມາດແກ້ໄຂໄດ້ 2.044 ເລື່ອງ (ນັບທັງເລື່ອງທີ່ເກີດຂຶ້ນແຕ່ປີ 2021, ແກ້ໄຂໄດ້ໃນປີ 2022

    ຈຳນວນ 480 ເລື່ອງ, ເກີດຂຶ້ນໃນປີ 2022 ແກ້ໄຂໄດ້ 1.564 ເລື່ອງ), ກັກຕົວຜູ້ກະທໍາຜິດໄດ້ 3.283 ຄົນ (ຍິງ 429 ຄົນ); ໃນນີ້, ລັກຊັບ ເກີດຂຶ້ນ 1.471 ເລື່ອງ; ໃນນີ້, ຄະດີລັກລົດຈັກເກີດຂຶ້ນ 971 ເລື່ອງ, ມ້າງໄດ້ 93 ເລື່ອງ, ກັກຕົວ121 ຄົນ, ງັດແງະລັກ 477 ເລື່ອງ, ທຸບແວ່ນລົດລັກຊັບ 14 ເລື່ອງ, ມ້າງໄດ້ 2

    ເລື່ອງ, ລັກລົດໃຫຍ 9 ເລື່ອງ, ມ້າງໄດ້ 2 ເລື່ອງ; ຊິງຊັບ ເກີດຂຶ້ນ 93 ເລື່ອງ, ມ້າງໄດ້ 19 ເລື່ອງ, ກັກຕົວ 23 ຄົນ; ປຸ້ນຊັບພົນລະເມືອງ ເກີດຂຶ້ນ 36 ເລື່ອງ, ມ້າງໄດ້ 11 ເລື່ອງ, ກັກຕົວ 16 ຄົນ; ຄາດຕະກຳ 13 ເລື່ອງ, ມ້າງໄດ້ 5 ເລື່ອງ, ກັກຕົວ 12 ຄົນ (ຍິງ 1); ລັກພາຕົວ 4 ເລື່ອງ, ມ້າງໄດ້ 2 ເລື່ອງ, ກັກຕົວ 14

    ຄົນ (ຄົນຈີນ 1 ຄົນ, ທະຫານ 3 ຄົນ); ຊື້ຂາຍ, ຄອບຄອງ, ຂົນສົ່ງຢາເສບຕິດມ້າງ 906 ເລື່ອງ, ກັກຕົວ 1.592 ຄົນ; ມ້າງຊື້-ຂາຍ ແລະ ມີອາວຸດເສິກ ໄວ້ໃນຄອບຄອງ 20 ເລື່ອງ, ກັກຕົວ 26 ຄົນ ແລະ ອື່ນໆ.

    ປະກົດການຫຍໍ້ທໍ້ດັ່ງກ່າວໄດ້ສ້າງຜົນເສຍຫາຍ ເປັນເງີນກີບຫຼາຍກວ່າ 9 ຕື້ກີບ, ເງີນບາດຫຼາຍກວ່າ 9 ລ້ານ ບາດ, ເງິນໂດລາ 4.68.360 ໂດລາສະຫະລັດ, ເງີນຢູໂຣ 48.000 ຢູໂລ, ຄໍາຮູບປະພັນໜັກ 188 ບາດ, ລົດໃຫ່ຍ 9 ຄັນ, ລົດຈັກເສຍຈາກການລັກ, ປຸ້ນ, ຊີງ ລວມ 1.158 ຄັນ ເເລະ ອື່ນໆ; ຕໍ່ກັບຜົນເສຍຫາຍດັ່ງກ່າວ,

    ເຈົ້າໜ້າທີ່ສາມາດເກັບກູ້ເຄື່ອງຂອງກາງຄືນມາໄດ້ເປັນເງີນກີບ 983.208.000 ກີບ, ເງີນບາດ 4.767.580 ບາດ, ເງິນໂດລາ 55.800 ໂດລາ, ຄຳຮູບປະພັນໜັກ 85 ບາດ, ປືນສັ້ນ 77 ກະບອກ ພ້ອມກະສຸນ 844 ລູກ, ລົດຈັກ 131 ຄັນ, ລົດໃຫຍ່ 20 ຄັນ, ນ໋ອດທາງລົດໄຟ 20 ອັນ, ຢາບ້າ 5.122.368 ເມັດ, ຢາໄອສ໌ 38,437 ກິໂລກຣາມ, ເຮໂຣອິນ 10 ແພັກ ກັບ 1 ແທ່ງ ແລະ ອື່ນໆ.

    ຂ່າວ: ຈັນສະໝອນ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.