ໃນວັນທີ່18.12.2022 ເວລາ21:29ນາທີ ໄດ້ຮັບແຈ້ງຈາກປະຊາຊົນຜ່ານເບີ 084 1625ວ່າມີີອຸບັດຕິເຫດລົດຕູ້ຄອນເທັນເນີປີ້ນ ຢູ່ດອຍນ້ຳນາງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວວ ເມື່ອໜ່ວຍກູ້ໄພອົງການກາແດງລາວແຂວງບໍ່ແກ້ວ ອອກກວດສອບເຫດພົບຜູ້ບາດເຈັບ01ຄົນ,ຜູ້ເສຍຊີວິດ01ຄົນ.
ຜູ້ບາດເຈັບ:ເພດຊາຍ ອາຍຸ37 ສັນຊາດລາວ ຢູ່ບ້ານ ໂພນສະອາດ ເມືອງ ມະຫາໄຊ ແຂວງຄໍາມ່ວນ ມີບາດແຜ: ຫົວເຂົ່າເບືື້ອງຊ້າຍທະເລີ້ນ,ສົ້ນຕີນເບື້ອງຂວາທະເລີ້ນ.(ໄດ້ປະຖົມພະຍາບານຂັ້ນເບື້ອງຕົ້ນໃຫ້ກ່ອນນຳສົ່ງໂຮງໝໍແຂວງບໍ່ແກ້ວ)
ສ່ວນຜູ້ເສຍຊີວິດແມ່ນບໍ່ສາມາດນຳສົບຂອງຜູ້ກ່ຽວອອກມາໄດ້ໃນມື້ເກີດເຫດເນື່ອງຈາກຖືກສິ້ນສ່ວນຂອງລົດຄັນດັ່ງກ່າວໜີບທັບບໍລິເວນໜ້າເອິກຂຶ້ນຫາຫົວແລະໃນຕອນສວາຍຂອງມື້ນີ້ແມ່ນໄດ້ນຳສົບຜູ້ເສຍຊີວິດອອກຈາກລົດຄັນດັ່ງກ່າວໄດ້.
ຜູ້ເສຍຊີວິດ:ນາງ ຫວາດສະໜາ ສັນຊາດລາວ ອາຍຸ36ປີ ຢູ່ ບ້ານດອນກວດ ເມືອງ ທຸລະຄົມ ແຂວງວຽງຈັນ.ມີບາດແຜ:ຫົວຈີີກ,ມີແຜພຸພ່ອງຕາມຕົນໂຕ,ແຂນນຂາາຊໍ້າ,ຕາມຕົນໂຕມີຮອຍຊໍ້າ.
ທາງໜ່ວຍກູ້ໄພອົງການກາແດງລາວແຂວງບໍ່ແກ້ວຈື່ງໄດ້ທຳການຫໍ່-ມ້ຽນສົບຜູ້ເສຍຊີວິດແລະໄດ້ນຳສົົ່ງຜູ້ເສຍຊີວິດມາທີ່ໂຮງໝໍແຂວງບໍ່່ແກ້ວເພື່ອລໍ່ຖ້າຍາດພີ່ນ້ອງມາຮັບເອົາໄປທຳພິທີທາງສາສະໜາ
ທາງໜ່ວຍກູ້ໄພອົງການກາແດງແຂວງບໍ່ແກ້ວຂໍສະແດງຄວາມເສຍໃຈນຳຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິດ້ວຍເທີ້ນນນນນນ
ອຸບັດຕິເຫດລົດຕູ້ຄອນເທັນເນີປີ້ນ ຢູ່ດອຍນ້ຳນາງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ
ອຸບັດຕິເຫດລົດຕູ້ຄອນເທັນເນີປີ້ນ ຢູ່ດອຍນ້ຳນາງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ