ຄຶກຄື້ນຄຶກຄັກກັນເລີຍ ຄາລາວານລົດ ທີມຊາດຫວຽດນາມ ທີ່ສະແດງໂຕໃນວຽງຈັນ ເປັນການສ້າງບັນຍາກາດກ່ອນການແຂ່ງຂັນເຊິ່ງພົບກັບທີມຊາດລາວ ບອກເລີຍ ມັນແນ່ນອນນັດນີ້ ສາມາດໄປຊົມໄປເຊຍໄດ້ທີ່ ສະໜາມກິລາແຫ່ງຊາດຫຼັກ 16 ຕັ້ງແຕ່ເວລາ 14:00 ເປັນຕົ້ນໄປເດີ້
ໃຜຍັງບໍ່ມີປີ້ ສາມາດໄປຊື້ໜ້າທາງເຂົ້າໄດ້ເລີຍຈະນັດທຳອິດຂອງທີມຊາດລາວ ໃນລາຍການ ການແຂ່ງຂັນບານເຕະຊາຍ ຊິງແຊ້ມອາຊຽນ ຫລື AFF Mitsubishi Electric Cup 2022.ວັນທີ 21 ທັນວາ 2022 ເວລາ 19:30 ທີມຊາດລາວ ພົບກັບ ທີມຊາດຫວຽດນາມ ແຂ່ງຂັນຢູ່ທີ່ສະໜາມກິລາແຫ່ງຊາດ ຫຼັກ16 ສາມາດຕິດຕາມການຖ່າຍທອດສົດຜ່ານທາງອອນ FPT PLAY.
ສຳລັບບັດເຂົ້າຊົມ ນັດທີ່ ທີມຊາດລາວ ແຂ່ງຂັນຢູ່ບ້ານມີ: ບັດເຂົ້າຊົມ ປະຕູທາງເຂົ້າ A ແລະ C ລາຄາ 50.000 ກີບບັດເຂົ້າຊົມ ປະຕູທາງເຂົ້າ B ແລະ D ລາຄາ 30.000 ກີບ ແມ່ນສາມາດຊື້ໄດ້ຢູ່ທີ່ຫ້ອງການ ສະຫະພັນບານເຕະແຫ່ງຊາດລາວ ບ້ານຫ້ວຍຫົງ ແລະ ໃນມື້ທີ່ແຂ່ງຂັນເຊິ່ງມີຂາຍຢູ່ທີ່ຫນ້າສະຫນາມກິລາແຫ່ງຊາດຫລັກ 16.ສອບຖາມຂໍ້ມູນເພີ້ມ: ສະຫະພັນບານເຕະແຫ່ງຊາດລາວ ເບີໂທ: 02058886600, 02029805676, 02054649559 ແລະ 55414619
ຄາລາວານລົດ ທີມຊາດຫວຽດນາມ ກ່ອນການແຂ່ງຂັນ ພົບ ທີມຊາດລາວ ມື້ແລງ
ຄາລາວານລົດ ທີມຊາດຫວຽດນາມ ກ່ອນການແຂ່ງຂັນ ພົບ ທີມຊາດລາວ ມື້ແລງ
ຄາລາວານລົດ ທີມຊາດຫວຽດນາມ ກ່ອນການແຂ່ງຂັນ ພົບ ທີມຊາດລາວ ມື້ແລງ
ຄາລາວານລົດ ທີມຊາດຫວຽດນາມ ກ່ອນການແຂ່ງຂັນ ພົບ ທີມຊາດລາວ ມື້ແລງ