ຄົນເກີດວັນອາທິດ:ການງານປະສົບຄວາມສຳເລັດໃນການເຮັດທຸລະກິດ ການເງິນ ຈະໄດ້ເງິນເຂົ້າມາເປັນຈຳນວນຫລາຍ ໃນຊ່ວງນີ້ດວງດີ ຄວາມຮັກຈະພົບບັນຫາຮັກຊ້ອນ ຄົນຮັກອາດມີຄົນທີ່ເຂົ້າມາເຮັດໃຫ້ຮູ້ສຶກດີນໍາ ເຄື່ອງມຸງຄຸນ ເພັດສີແດງ ສີມຸງຄຸນສີຂຽວ ເລກນຳໂຊກ3
ຄົນເກີດວັນຈັນ:ການງານລະວັງເກີດຄວາມຜິດພາດດ້ວຍຄວາມຮູ້ເທົ່າບໍ່ເຖິງການ ການເງິນຈະເສຍເງິນໃຫ້ກັບການຊື້ສິ່ງຂອງທີ່ບໍ່ຈໍາເປັນເຂົ້າມາ ຄວາມຮັກຊ່ວງນີ້ຈະບໍ່ມີເວລາໃຫ້ກັບຄົນຮັກເລີຍ ເຄື່ອງມຸງຄຸນ ຄໍາຝຣັ່ງ ສີມຸງຄຸນສີແດງ ເລກນຳໂຊກ3
ຄົນເກີດວັນອັງຄານ:ການງານເຮັດທຸລະກິດຈະການຄ້າດ້ວຍການໃຊ້ເງິນລົງທຶນເປັນຈຳນວນຫລາຍໃຫ້ລະວັງເລື່ອງສັນຍາການເງິນ ມີໂຊກຈະໄດ້ເງິນເຂົ້າມາເພີ່ມຂຶ້ນ ລາຍຈ່າຍຍັງຄົງທີ່ໃນຕອນນີ້ ຄວາມຮັກຈະພົບຄົົນທີ່ມີສະເໜ່ເຂົ້າມາໃຫ້ຮູ້ຈັກ ແຕ່ໃຫ້ລະວັງເລື່ອງຜິດໃຈກັບຄົນຮັກ ເຄື່ອງມຸງຄຸນເງິນ ສີມຸງຄຸນສີຟ້າ ເລກນຳໂຊກ9
ຄົນເກີດວັນພຸດ:ການງານການຕິດຕໍ່ທຸລະກິດຈະເກີດຄວາມສຳເລັດ ການເງິນຈະພົບຜູ້ອຸປະຖຳແບບບໍ່ຄາດຝັນ ສະໜັບສະໜຸນທຸກໆເລື່ອງ ຄວາມຮັກຄວາມສຳພັນບໍ່ລົງຕົວເພາະບໍ່ມີເວລາໃຫ້ກັນຫຼາຍເທົ່າທີ່ຜ່ານມາ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີນໍ້າຕານ ເລກນຳໂຊກ8
ຄົນເກີດວັນພະຫັດ:ການງານມີໂອກາດທີ່ຈະປ່ຽນແປງຍົກຍ້າຍຫລືໄດ້ວຽກງານໃໝ່ເຂົ້າມາ ການເງິນຜູ້ໃຫຍ່ຈະອຸປະຖຳທາງດ້ານການເງິນ ແລະ ການຊັບພອດທາງດ້ານທຸລະກິດ
ຄວາມຮັກລະວັງຄວາມສຳພັນຈະເກີດການຂັດແຍ້ງກັບຄົນຮັກ ເພາະຊ່ວງນີ້ທ່ານທັງສອງມີບັນຫາກັນ ເຄື່ອງມຸງຄຸນຫີນນໍາໂຊກສີແດງ ສີມຸງຄຸນສີສົ້ມ ເລກນຳໂຊກ9
ຄົນເກີດວັນສຸກ:ການງານເຮັດທຸລະກິດຂາຍເຄື່ອງປະດັບຈະເຮັດໃຫ້ລ້ຳລວຍມີເງິນເຂົ້າມາ ການເງິນຖານະການເງິນປ່ຽນແປງໄປສູ່ຄວາມລ້ຳລວຍ ຄວາມຮັກຕັດສິນເລືອກຄົົນທີ່ສ້າງຄວາມສຸກໃຫ້ກັບຕົນເອງ ເຄື່ອງມຸງຄຸນຫີນນໍາໂຊກສີແດງ ສີມຸງຄຸນສີບົວ ເລກນຳໂຊກ1
ຄົນເກີດວັນເສົາ:ການງານມີໂອກາດໄດ້ເລື່ອນຂັ້ນຫລືໄດ້ວຽກງານໃໝ່ເຂົ້າມາ ການເງິນຈະໄດ້ເງິນພິເສດຈາກຄວາມສາມາດຂອງຕົນເອງ ຄວາມຮັກຄວາມສຳພັນຢູ່ໃນເກນທີ່ດີ ແຕ່ຈະຜິດໃຈກັບຄົນຮັກ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີຟ້າ ເລກນຳໂຊກ2