ອີງຕາມການລາຍງານຂອງເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ວັນທີ 20 ທັນວາ 2022 ນີ້, ເຈົ້າໜ້າທີ່ຕຳຫລວດປະຈຳ
ດ່ານນ້ຳເກິ່ງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ກວດພາຫະນະຕາມປົກກະຕິຈົນເຖິງເວລາປະມານ 19:00 ໂມງ ໄດ້ພົບລົດຮຸນໄດ ຍີ່ຫໍ້ໄດຮັນສີຂາວ ບໍ່ມີປ້າຍທະບຽນແລ່ນມາແຕ່ທາງເມືອງຕົ້ນເຜິ້ງ ໂດຍມີຜູ້ຂັບຂີ່ມານຳສອງຄົນເປັນເພດຊາຍ.
ດັ່ງນັ້ນເຈົ້າໜ້າທີ່ຈຶ່ງຂໍກວດກາລົດດັ່ງກ່າວ ແລ້ວຜູ້ຂັບຂີ່ໄດ້ລົງຈອດໃຫ້ກວດ ແຕ່ຜູ້ທີ່ມານຳໄດ້ລົງແລ່ນໜີເຂົ້າປ່າ ສ່ວນອີກ 1 ຄົນ ເປັນໂຊເຟີຂັບລົດ ແມ່ນເຈົ້າໜ້າທີ່ສາມາດ
ຈັບໄດ້ ຊື່ທ້າວ ວືວື ອາຍຸ 26 ປີ ອາຊີບຄ້າຂາຍ, ຊົນເຜົ່າມົ້ງ, ປັດຈຸບັນຢູ່ບ້ານຊາຍຈະເລີນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ພ້ອມທັງກວດລົດພົບຢາເສບຕິດປະເພດ ເຄຕາມິນ 91 ຫໍ ນ້ຳໜັກ 91 ກິໂລກຣາມ ຊຸກເຊື່ອງຢູ່ໃນລົດ ແລະ ເຄື່ອງຕິດໂຕຈຳນວນໜຶ່ງ.
ຕໍ່ຄະດີດັ່ງກ່າວເຈົ້າໜ້າທີ່ໄດ້ກັກຕົວຜູ້ກ່ຽວມາສືບສວນ-ສອບສວນ, ສ່ວນຜູ້ທີ່ເອົາຕົວລົບໜີທາງເຈົ້າໜ້າທີ່ພວມດຳເນີນການນຳຕົວມາດຳເນີນຕາມລະບຽບກົດໝາຍ ພ້ອມທັງຂະຫຍາຍຜົນຫາຜູ້ຮ່ວມຂະບວນການ.