ນາຍົກ ເນັ້ນຂະແໜງການເງິນ ສຸມໃສ່ແກ້ໄຂການຮົ່ວໄຫລງົບປະມານ ແລະ ເນັ້ນປະຢັດຕ້ານການຟູມເຟືອຍ

    0
    66

    ທ່ານ ຄຳພັນ ວິພາວັນ ນາຍົກລັດຖະມົນຕີ ໂອ້ລົມຕໍ່ບັນດາພະນັກງານຫລັກແຫລ່ງຂະແໜງການເງິນ ໃນໂອກາດການດຳເນີນກອງປະຊຸມສະຫລຸບ ການຈັດຕັ້ງປະຕິບັດວຽກງານຂອງຂະແໜງການເງິນ ປະຈຳປີ 2022 ແລະ ທິດທາງແຜນການປີ 2023 ໃນວັນທີ 22 ທັນວາ 2022 ວ່າ: ສະຖຽນລະພາບເສດຖະກິດມະຫາພາກ ຍັງມີ

    ຄວາມບອບບາງ ແລະ ຍັງບໍ່ມີຄວາມໝັ້ນທ່ຽງ; ມາດຕະການແກ້ໄຂໜີ້ສິນພາຍໃນ ໂດຍສະເພາະການແກ້ໄຂໜີ້ສິນ ໂຄງການລົງທຶນຂອງລັດ ດ້ວຍຮູບແບບຕ່າງໆ ໄດ້ຊ່ວຍເຮັດໃຫ້ຫລຸດຜ່ອນຄວາມກົດດັນ ຂອງບັນດາຜູ້ປະກອບການ ແລະ ເພີ່ມສະພາບຄ່ອງໄດ້ດີຂຶ້ນ ແຕ່ໜີ້ສິນຕົວຈິງຍັງມີຈຳນວນຫລວງຫລາຍ. ພ້ອມນີ້, ການເກັບລາຍຮັບງົບ

    ປະມານເຫັນວ່າມີທ່າອ່ຽງດີຂຶ້ນ ແຕ່ຍັງບໍ່ທັນສົມຄູ່ກັບລາຍຈ່າຍທີ່ມີ ແລະ ຍັງບໍ່ສາມາດ ເກັບໄດ້ຢ່າງຄົບຖ້ວນ, ຍັງມີການຮົ່ວໄຫລທາງດ້ານລາຍຮັບ-ລາຍຈ່າຍ.
    ການຫັນເປັນທັນສະໄໝ ກໍເຫັນວ່າຍັງນຳໃຊ້ບໍ່ທັນກວ້າງຂວາງ;

    ການຄຸ້ມຄອງ ແລະ ບໍລິຫານລັດ ດ້ວຍກົດໝາຍຍັງບໍ່ທັນເຂັ້ມງວດ, ຍັງບໍ່ທັນໂລ່ງລ່ຽນ ແລະ ມີຫລາຍຂັ້ນຫລາຍຂອດ;ການຜັນຂະຫຍາຍຈັດຕັ້ງປະຕິບັດ ຄໍາສັ່ງ ສະບັບເລກທີ 18/ນຍ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫລຂອງລາຍຮັບງົບປະມານ ຍັງບໍ່ທັນເປັນເອກະພາບ;

    ການພັດທະນາ ແລະ ຂະຫຍາຍການນໍາໃຊ້ເຄື່ອງມືທັນສະໄໝເຂົ້າ ໃນການຄຸ້ມຄອງເກັບລາຍຮັບຍັງຊັກຊ້າ;ການຈັດເກັບລາຍຮັບຈາກພາ ສີທີ່ດິນ ໃນທົ່ວປະເທດ ຍັງຂາດຂໍ້ມູນເນື້ອທີ່ດິນ, ປະເພດທີ່ດິນ ແລະ ການເກັບອາກອນລາຍໄດ້ຈາກການໂອນສິດນຳໃຊ້ ຍັງບໍ່ທັນຖືກຕາມຄວາມເປັນຈິງ, ການເກັບຄ່າທຳນຽມນໍາໃຊ້ພາຫະນະປະຈຳປີ ຍັງບໍ່ທັນຄົບຖ້ວນທັນຕາມກຳນົດເວລາ;

    ສຳລັບດ້ານລາຍຈ່າຍ ຄວາມເປັນເຈົ້າການຂອງບັນດາ ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດນະໂຍບາຍປະຢັດ ແລະ ຕ້ານການຟູມເຟືອຍ ຕາມດຳລັດ ສະບັບເລກທີ 205/ລບ, ວັນທີ 22 ກໍລະກົດ 2022 ຍັງບໍ່ທັນເປັນຮູບປະທຳເທົ່າທີ່ຄວນ.

    ໃນປີ 2023 ນີ້, ປະເທດເຮົາຍັງຈະສືບຕໍ່ປະເຊີນກັບສິ່ງທ້າທາຍຫລາຍຢ່າງ ເປັນຕົ້ນ ໄພເງິນເຟີ້, ນໍ້າມັນເຊື້ອໄຟ ແລະ ລາຄາສິນຄ້າ-ສະບຽງອາຫານ ຍັງສືບ ຕໍ່ສູງຂຶ້ນ.ສະນັ້ນ, ພວກເຮົາຈະຕ້ອງໄດ້ພ້ອມກັນ ສຶກສາຄົ້ນຄວ້າ, ຮູ້ຄາດຄະເນ-ວິເຄາະວິໄຈຕໍ່ຜົນກະທົບ, ໂອກາດ ແລະ ສິ່ງທ້າທາຍ ຈາກການສະພາບການປ່ຽນແປງ ຂອງ

    ພາກພື້ນ ແລະ ສາກົນ ເພື່ອວາງນະ ໂຍບາຍ ແລະ ມາດຕະການປ້ອງກັນ ແລະ ຮັບມືຢ່າງເໝາະສົມ ແລະ ທັນການ ເພື່ອບໍ່ໃຫ້ປະເທດເຮົາ ຕົກຢູ່ໃນທ່າຮັບເກີນໄປ. ສະນັ້ນ, ຈຶ່ງຮຽກຮ້ອງມາຍັງບັນດາຜູ້ຮັບຜິດຊອບ ຂະແໜງການຫລັກແຫລ່ງ ທີ່ເປັນກຳລັງແຮງຂອງປະເທດຊາດ ຕ້ອງເປັນເຈົ້າການຢ່າງແທ້ຈິງ ເພື່ອເສີມຂະຫຍາຍຫົວຄິດ

    ປະດິດສ້າງ ເລີ່ມຄົ້ນຄິດເຖິງການປ່ຽນແປງໃໝ່ ຫລື ການປະຕິຮູບຢ່າງບຸກທະລຸແທ້ໆ ໂດຍສະເພາະ ຂະແໜງການເງິນ ຕ້ອງເອົາໃຈໃສ່ວຽກງານທີ່ສຳຄັນຈຳນວນໜຶ່ງ ດັ່ງນີ້:
    ສືບຕໍ່ເອົາໃຈໃສ່ສຶກສາອົບ ຮົມການເມືອງ-ແນວຄິດໃຫ້ພະນັກງານຢູ່ໃນຂົງເຂດການເງິນ ໃຫ້ມີຄວາມຈົ່ງຮັກພັກດີ, ມີຈັນຍາບັນ, ຮັກວິຊາຊີບ, ມີຄວາມອົດທົນເສຍສະຫລະ

    ແລະ ປະຕິບັດວິໄນ ແຜນການ-ການເງິນຢ່າງເຄັ່ງຄັດ, ຍົກສູງສະຕິຄວາມຮັບຜິດ ຊອບໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ ແລະ ຖືເອົາຜົນປະໂຫຍດຂອງປະເທດຊາດເປັນກົກ ເພື່ອລົບລ້າງປະກົດການຫຍໍ້ທໍ້ໃຫ້ຂາດໂຕ, ຖ້າຍັງມີປະກົດການເກີດຂຶ້ນແມ່ນໃຫ້ປະຕິບັດຕາມກົດໝາຍ ແລະ ລະ ບຽບການຢ່າງເຂັ້ມງວດ ແລະ ເດັດຂາດ;

    ຕ້ອງປັບປຸງ ແລະ ເຮັດໃຫ້ກົງຈັກຂະແໜງການເງິນ ກະທັດຮັດ, ສົມເຫດສົມຜົນສູງ ແລະ ແກ້ໄຂວຽກງານໃຫ້ໄດ້ຫລາຍ, ວ່ອງໄວ ແລະ ມີປະສິດທິຜົນ ໃຫ້ຖືກຕ້ອງ ຕາມກົດໝາຍ, ປະຢັດງົບປະມານ ແລະ ປະຢັດເວລາ;

    ສ້າງກົງຈັກໃຫ້ມີລັກສະນະສົ່ງເສີມ ໃຫ້ພະນັກ ງານມີຫົວຄິດປະດິດສ້າງ, ມີແນວຄິດກ້າວໜ້າ, ແຂ່ງຂັນໃນການສ້າງຜົນງານຢ່າງຖືກຕ້ອງ ປະກອບສ່ວນເຂົ້າໃນຂະບວນການຮັກຊາດ ແລະ ການພັດທະນາຢ່າງຟົດຟື້ນ;

    ເປັນເຈົ້າການປະສານສົມທົບໃນການຈັດ ຕັ້ງຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບ ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃຫ້ເປັນຮູບປະທຳ, ນຳໃຊ້ທຸກນະໂຍບາຍ ແລະ ມາດຕະການແກ້ໄຂ ແລະ ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະເຖຍລະພາບໂດຍພື້ນຖານ, ແກ້ໄຂຄວາມກົດດັນດ້ານການເງິນ ໃຫ້ຜ່ອນເບົາລົງເທື່ອລະກ້າວ ເພື່ອເຮັດໃຫ້ເສດຖະກິດສືບຕໍ່ຂະຫຍາຍຕົວ ຕາມລະດັບຄາດໝາຍທີ່ວາງໄວ້;

    ທຸກຂະແໜງການ ແລະ ທ້ອງຖິ່ນ ຕ້ອງປະສານສົມທົບກັນຢ່າງກົມກຽວ ໃນການສືບຕໍ່ຈັດຕັ້ງປະຕິບັດບັນດາ ວຽກງານຈຸດສຸມຕ່າງໆ ທີ່ລະບຸໃນມະຕິຮັບຮອງ ຂອງສະພາແຫ່ງຊາດກ່ຽວກັບວາລະແຫ່ງຊາດ, ຄຳແນະນຳ, ມະຕິຂອງລັດຖະ ບານຢ່າງເປັນເຈົ້າການ, ໜັກແໜ້ນ ແລະ ມີແບບແຜນ ການຜັນຂະຫຍາຍຈັດຕັ້ງປະຕິບັດ ຢ່າງເປັນຮູບປະທຳ ແລະ ມີຜົນສຳເລັດ ແລ້ວລາຍງານຄວາມຄືບໜ້າໃຫ້ລັດຖະບານຊາບ ໃນແຕ່ລະໄລຍະ ຢ່າງມີຄນນະພາບ.

    ພ້ອມກັນສືບຕໍ່ສຸມໃສ່ຢ່າງເລັ່ງດ່ວນໃນການ ຈັດຕັ້ງປະຕິບັດບັນດານະໂຍບາຍ ແລະ ມາດຕະການ ໃນການຄຸ້ມຄອງເສດຖະກິດມະຫາພາກທາງດ້ານການເງິນ, ເງິນຕາ ເພື່ອສ້າງຄວາມໝັ້ນທ່ຽງໃຫ້ເສດຖະ ກິດ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນ ແລະ ຜູ້ປະກອບການ ຕໍ່ກັບສະພາບເສດຖະກິດຂອງປະເທດເຮົາ; ປັບປຸງວຽກງານຊຸກຍູ້, ສົ່ງເສີມ ທຸລະກິດ-ວິສາຫະກິດ ພາຍໃນ ແລະ ຕ່າງປະເທດ ຢ່າງແຂງແຮງ

    ແລະ ເປັນເຈົ້າການບຸກທະລຸ ແກ້ໄຂຂອດຂັ້ນການບໍລິການປະຕູດຽວໃຫ້ໄດ້ໄວ; ເພີ່ມທະວີຄວາມເປັນເຈົ້າການປະຕິບັດຄໍາສັ່ງ ສະບັບເລກທີ 02/ນຍ ແລະ 03/ນຍ ຢ່າງເຂັ້ມງວດ, ຮັບປະກັນຄຸນນະພາບ, ຮັບ ປະກັນຄວາມຖືກຕ້ອງ, ໂປ່ງໃສ, ໜ້າເຊື່ອຖື ຕາມຈິດໃຈ ຮັບໃຊ້ປະຊາຊົນຢ່າງບໍ່ມີເງື່ອນໄຂ ແນໃສ່ດຶງດູດການລົງທຶນຕ່າງປະເທດຢ່າງມີ

    ຈຸດສຸມ, ມີຄຸນນະພາບ, ສົ່ງເສີມກົນໄກຕິດຕາມ, ກວດກາການປະຕິບັດວຽກງານຂອງພະນັກງານເປັນສໍາຄັນ ແລະ ປັບປຸງກົນໄກ ການອຳນວຍຄວາມສະດວກ ໃຫ້ແກ່ການດໍາເນີນທຸ ລະກິດ ມີຄວາມວ່ອງໄວ, ໂປງໃສ່, ຖ້າພົບພະນັກງານຜູ້ໃດຍັງກົດໜ່ວງທ່ວງດຶງ ຕ້ອງແກ້ໄຂຢ່າງເດັດ ຂາດ, ເລັ່ງປັບປຸງບັນດານິຕິກໍາ ແລະ ນະໂຍບາຍ ສົ່ງເສີມ

    ການລົງທຶນຂອງທຸລະກິດ ທີ່ຍັງບໍ່ທັນສອດ ຄ່ອງ; ເລັ່ງວຽກງານການເງິນຢ່າງຮອບດ້ານ ແລະ ແຂງແຮງ ຕາມຍຸດທະສາດທີ່ລັດຖະບານ ໄດ້ຮັບຮອງໃຫ້ມີຄວາມຄືບໜ້າໄວ ແລະ ຮັບປະກັນການເກັບລາຍຮັບໃຫ້ໄດ້ຕາມແຜນ ແລະ ລື່ນແຜນໄດ້ຍິ່ງເປັນການດີໃຫ້ສົມຄູ່ກັບທ່າແຮງໄດ້ປຽບ ທີ່ພວກເຮົາມີ.

    ທ່ານ ນາຍົກລັດຖະມົນຕີ ຍັງໄດ້ຢ້ຳ ໃຫ້ສູ້ຊົນຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2023 ໃຫ້ບັນລຸໄດ້ຕາມລະດັບຄາດໝາຍ, ພ້ອມທັງສຸມໃສ່ສືບຕໍ່ການປັບປຸງກົນໄກ, ການຫັນເປັນທັນສະໄໝ ແລະ ການບັງຄັບໃຊ້ກົດໝາຍ ລວມທັງການສະກັດກັ້ນການຮົ່ວໄຫລງົບປະມານ ເພື່ອສາມາດເພີ່ມລາຍຮັບໃຫ້ສູງຂຶ້ນເປັນກ້າວໆ, ຄຸ້ມຄອງ ແລະ

    ປະຕິບັດລາຍຈ່າຍຢ່າງມີຈຸດສຸມ ມີປະສິດທິຜົນສູງ ແລະ ປະຢັດມັດທະຍັດ; ພ້ອມກັນ ເປັນເຈົ້າການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫລຂອງລາຍຮັບງົບປະມານແຫ່ງລັດ, ໃນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ງົບປະມານ, ປະຕິຮູບກົນໄກການຄຸ້ມຄອງລາຍຮັບງົບປະມານຢ່າງແຂງແຮງ ໂດຍການຄຸ້ມຄອງເກັບລາຍຮັບເຂົ້າສູ່ລະບົບທັນສະໄໝ ໃຫ້ກວ້າງຂວາງ ແລະ ທົ່ວເຖິງທຸກເປົ້າໝາຍ. ພ້ອມທັງປະສານສົມທົບກັບບັນດາກະຊວງທີ່ກ່ຽວຂ້ອງ ໃນການສ້າງກົນໄກຄຸ້ມຄອງແຫລ່ງລາຍຮັບ ໃຫ້ກົມກຽວໃນການຫັນເປັນທັນສະໄໝ ແລະ ວ່ອງໄວ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.