LOCA ພ້ອມແລ້ວ! ໃຫ້ບໍລິການແທັກຊີລົດໄຟຟ້າໃນປະເທດລາວ ສ້າງການບໍລິການທີ່ເປັນມິດຕໍ່ສິ່ງແວດລ້ອມLOCA ຫຼື ໂລກ້າ ຜູ້ໃຫ້ບໍລິການແທັກຊີອອນລາຍທີ່ໃຫຍ່ທີ່ສຸດໃນລາວ ປະກາດພ້ອມໃຫ້ບໍລິການແທັກຊີທີ່ເປັນລົດໄຟຟ້າ ລວມເຖິງລົດຈັກໄຟຟ້າ ໃນການສົ່ງເຄື່ອງ ແລະ ຮັບ-ສົ່ງຜູ້ໂດຍສານ ເພື່ອສ້າງການເດີນທາງທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ຫຼຸດຜ່ອນການປ່ອຍມົນລະພິດສູ່ອາກາດ.
ປັດຈຸບັນ, ໂລກ້າແມ່ນໄດ້ໃຫ້ບໍລິການແທັກຊີອອນລາຍມາຫຼາຍກວ່າ 4 ປີ ເຊິ່ງສາມາດສ້າງເຄືອຂ່າຍລົດແທັກຊີໃນລະບົບຂອງໂລກ້າແລ້ວຫຼາຍກວ່າ 600 ຄັນ ເຊິ່ງໃນນັ້ນແມ່ນປະກອບມີລົດແທັກຊີທີ່ເປັນລົດໄຟຟ້າແລ້ວກວ່າ 52 ຄັນ. ພາຍໃນປີ 2025, ໂລກ້າຕັ້ງເປົ້າທີ່ຈະມີບໍລິການແທັກຊີໃນລະບົບຫຼາຍກວ່າ 1000 ຄັນ ເຊິ່ງໃນນັ້ນຈະເປັນລົດໄຟຟ້າ 500 ຄັນ ແລະ ໃນປີ 2030 ແມ່ນຈະຫັນເປັນບໍລິການແທັກຊີລົດໄຟຟ້າໃຫ້ໄດ້ 100% ເຊິ່ງຄາດການວ່າຈະມີແທັກຊີລົດໄຟຟ້າຫຼາຍກວ່າ 5000 ຄັນ.
ຈາກບໍລິການແທັກຊີໂລກ້າທີ່ເປັນລົດໄຟຟ້າໃນຊ່ວງເວລາທີ່ຜ່ານມາ ແມ່ນໄດ້ກະແສຕອບຮັບທີ່ດີຫຼາຍຈາກຄົນລາວເອງ ແລະ ນັກທ່ອງທ່ຽວຕ່າງຊາດ ໂດຍທີ່ໃນສ່ວນຂອງແທັກ
ຊີລົດໄຟຟ້າຈາກໂລກ້ານັ້ນ ແມ່ນໄດ້ໃຫ້ບໍລິການລູກຄ້າມາແລ້ວຫຼາຍກວ່າ 41,000 ຖ້ຽວ, ເປັນໄລຍະທາງຫຼາຍກວ່າ 220,000 ກິໂລແມັດ ແລະ ຫຼຸດຜ່ອນການປ່ອຍ CO2 ສູ່ອາກາດໄດ້ເຖິງ 40,000 ກິໂລກຣາມ ຫຼື 40 ໂຕນ.
ບໍລິການແທັກຊີຈາກໂລກ້າ ເປັນບໍລິການທີ່ເອີ້ນລົດງ່າຍພຽງປາຍນິ້ວເທິງມືຖືຜ່ານແອັບພລິເຄຊັນ LOCA ທີ່ສະດວກ, ປອດໄພ ເພາະຄົນຂັບທຸກຄົນນັ້ນແມ່ນໄດ້ຜ່ານການກວດສອບເອກະສານທີ່ຖືກຕ້ອງ ແລະ ໄດ້ຮັບການເຝິກອົບຮົມກ່ອນທີ່ຈະມາຂັບແທັກຊີກັບໂລກ້າ ເຮັດໃຫ້ໝັ້ນໃຈໄດ້ເລີຍເຖິງຄວາມເປັນມືອາຊີບ ແລະ ຄວາມປອດໄພ ພ້ອມບໍລິການຕະຫຼອດ 24 ຊົ່ວໂມງ ທີ່ບໍ່ວ່າຈະເອີ້ນເວລາໃດ ກໍມີລົດໃຫ້ບໍລິການຕະຫຼອດແນ່ນອນ.
ນອກຈາກບໍລິການແທັກຊີທີ່ເປັນລົດໄຟຟ້າແລ້ວ, ໂລກ້າຍັງມີບໍລິການຕູ້ສາກລົດໄຟຟ້າແບບໄວ ເພື່ອຮອງຮັບໃຫ້ກັບຄົນຂັບໂລກ້າ ລວມທັງເປັນບ່ອນສາກສາທາລະນະໃຫ້ຄົນທົ່ວໄປໄດ້ເຂົ້າໃຊ້ອີກດ້ວຍ ທີ່ສາມາດສາກລົດພຽງ 30-40 ນາທີ ກໍສາມາດເດີນທາງຕໍ່ໄດ້ອີກ 200-300 ກິໂລແມັດ. ປັດຈຸບັນ, ໂລກ້າແມ່ນມີສະຖານີສາກແລ້ວກວ່າ 6 ຈຸດ
ໂດຍປະກອບມີ: ນະຄອນຫຼວງວຽງຈັນ 3 ຈຸດ, ວັງວຽງ-ປາກຊັນ-ສະຫວັນນະເຂດ ອີກບ່ອນລະ 1 ຈຸດ ເຊິ່ງຕອນນີ້ແມ່ນໄດ້ເລັ່ງຕິດຕັ້ງສະຖານີເພີ່ມທີ່ແຂວງຄຳມ່ວນ ແລະ ປາກເຊ ທີ່ຄາດວ່າຈະເປີດໃຫ້ບໍລິການໄດ້ພາຍໃນເດືອນ 12 ຫຼື ເດືອນ 1 ປີ 2023 ນີ້.ລອງໃຊ້ບໍລິການແທັກຊີລົດໄຟຟ້າໄດ້ແລ້ວມື້ນີ້ທີ່ແອັບ LOCA ດາວໂຫຼດແອັບເລີຍທີ່ລິ້ງກ້ອງຄອມເມັ້ນ ແທັກຊີໂລກ້າ ໂລກ້າແທັກຊີລົດໄຟຟ້າ