ເກີດເຫດຊາຍໄວກາງຄົນອາລະວາດ ຈູດເຄື່ອງໃສ່ແກັດເຈ້ຍແລ້ວໂຍນໃສ່ຫຼັງຄາເຮືອນຂອງຕົນເອງ

    0
    58

    ເກີດເຫດຊາຍໄວກາງຄົນອາລະວາດ ຈູດເຄື່ອງໃສ່ແກັດເຈ້ຍແລ້ວໂຍນໃສ່ຫຼັງຄາເຮືອນຂອງຕົນເອງ ເມື່ອມໍ່ໆມານີ້ ຢູ່ບ້ານໃຫຍ່ຫ້ວຍຊາຍໃຕ້ ຄຸ້ມມ່ວງແກ້ວ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຊຶ່ງເຫດການດັ່ງກ່າວໄດ້ເຮັດໃຫ້ມີຄວັນໄຟລຸກຂຶ້ນຢ່າງແຮງ ໂຊກດີແຕ່ໄຟບໍ່ໄໝ້ເຮືອນຍ້ອນປະຊາຊົນອ້ອມຂ້າງຊ່ວຍກັນເອົານ້ຳມາດັບໄຟກ່ອນ.

    ຜ່ານການສືບສວນ-ສອບສວນ ເບື້ອງຕົ້ນຂອງເຈົ້າໜ້າທີ່ຈຶ່ງໄດ້ຮູ້ວ່າຜູ້ກໍ່ເຫດແມ່ນເກີດມາຈາກອາການເມົາຢ່າເສບຕິດ, ຊື່ ທ້າວ ຫຼ້າ ປະຊາຊົນບ້ານໃຫຍ່ຫ້ວຍຊາຍໃຕ້ ຄຸ້ມມ່ວງແກ້ວ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ປະຊາຊົນທີ່ຢູ່ອ້ອມຂ້າງເຮືອນຂອງລາວໄດ້ກ່າວວ່າ: ເກືອບທຸກໆຄືນບໍ່ໄດ້ນອນ ຍ້ອນລາວມີການອາລະວາດມີສຽງເນື່ອງນັນຈົ່ມວ່າລົບກວນມາຕະຫຼອດຄືນ.

    ປະຈຸບັນທາງເຈົ້າໜ້າທີ່ໄດ້ນໍາເອົາຜູ້ກ່ຽວໄປກັກຕົວຢູ່ທີ່ ປກສ ກຸ່ມບ້ານໃຫຍ່ຫ້ວຍຊາຍໃຕ້ ເພື່ອປະຕິບັດຕາມຂັ້ນຕອນ ຂອງກົດໝາຍບ້ານເມືອງ ພ້ອມທັງສຶກສາອົບຮົມໃຫ້ຜູ້ກ່ຽວປ່ຽນແປງພຶດຕິກຳໃຫ້ດີຂຶ້ນ.


    ເກີດເຫດຊາຍໄວກາງຄົນອາລະວາດ ຈູດເຄື່ອງໃສ່ແກັດເຈ້ຍແລ້ວໂຍນໃສ່ຫຼັງຄາເຮືອນຂອງຕົນເອງ


    ເກີດເຫດຊາຍໄວກາງຄົນອາລະວາດ ຈູດເຄື່ອງໃສ່ແກັດເຈ້ຍແລ້ວໂຍນໃສ່ຫຼັງຄາເຮືອນຂອງຕົນເອງ


    ເກີດເຫດຊາຍໄວກາງຄົນອາລະວາດ ຈູດເຄື່ອງໃສ່ແກັດເຈ້ຍແລ້ວໂຍນໃສ່ຫຼັງຄາເຮືອນຂອງຕົນເອງ

    ທີ່ມາ: ໜັງສີພິມແຂວງບໍ່ແກ້ວ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.