ວັນທີ 19 ທັນວາ 2022 ຜ່ານມານີ້ ທະນາຄານແຫ່ງ ສປປ ລາວ ຮ່ວມກັບທະນາຄານ ICBC ສາຂານະຄອນຫລວງວຽງຈັນ ໄດ້ສໍາມະນາກ່ຽວກັບການຊໍາລະສະສາງຄ່າບໍລິການຕ່າງໆຜ່ານທະນາຄານດ້ວຍເງິນຢວນ ເພື່ອສົ່ງເສີມການພັດທະນາຄວາມເປັນສາກົນຂອງເງິນຢວນໃນທົ່ວໂລກ.
ທ່ານ ຊຸນ ເຟີງເຫຼີຍ, ຜູ້ອໍານວຍການທະນາຄານອຸດສາຫະກໍາ ແລະ ການຄ້າຈີນ ຈໍາກັດ ສາຂານະຄອນຫລວງວຽງຈັນ ກ່າວວ່າ: ພາຍຫຼັງທະນາຄານສໍາລະສາງເງິນຢວນແຫ່ງ ສປປ ລາວ ໄດ້ສ້າງຕັ້ງຂຶ້ນຈະສະໜອງຄວາມສະດວກໃຫ້ການສໍາລະເງິນຢວນ.
ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ກ່າວວ່າ: ການສ້າງຕັ້ງທະນາຄານຊໍາລະສະສາງເງິນຢວນແຫ່ງ ສປປ ລາວ ຈະເປັນອີກຊ່ອງທາງໜຶ່ງ ແລະ ເປັນຂົວຕໍ່ໃນການຊໍາລະຂ້າມແດນລະຫວ່າງ ສປປ ລາວ ແລະ ສປ ຈີນ ໃຫ້ວ່ອງໄວ, ປອດໄພ, ມີຄ່າທໍານຽມບໍລິການທີ່ຕໍ່າລົງ ແລະ ເຮັດໃຫ້ການຄຸ້ມຄອງການໄຫຼເຂົ້າ-ອອກຂອງເງິນລະຫວ່າງ ສປປ ລາວ ແລະ ສປ ຈີນ ສາມາດຄຸ້ມຄອງໄດ້ຢ່າງເປັນລະບົບຍິ່ງຂຶ້ນ.