ອົງການປົກຄອງແຂວງສາລະວັນ ໄດ້ລົງສຶກສາ-ສຳຫຼວດຄວາມເປັນໄປໄດ້ ຂົວບ້ານດ່ານ ທີ່ເປ່ເພຍ້ອນຖືກສົງຄາມທຳລາຍໃນປາງສົງຄາມ (ປີ 1942) ເພື່ອເປັນຂໍ້ມູນພື້ນຖານໃນການຂຽນບົດ ແລະ ປະກອບເອກະສານເພື່ອສະເໜີ ຄວາມເປັນໄປໄດ້ໃນການຂຶ້ນບັນຊີອະນຸລັກຂົວແຫ່ງນີ້ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນຕາມຂັ້ນຕອນໃນຂັ້ນຕໍ່ໄປ.
ການລົງສຶກສາ-ສຳຫຼວດຂົວບ້ານດ່ານໃນຄັ້ງນີ້ ນໍາໂດຍທ່ານ ມະໄລວອນ ສີປະເສີດ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງສາລະວັນ, ທ່ານ ທອງລິດ ຫຼວງໂຄດ ຮອງຫົວໜ້າກົມມໍຣະດົກ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ, ເມື່ອບໍ່ດົນມານີ້.
ຂົວບ້ານດ່ານແຫ່ງນີ້ ສ້າງຂຶ້ນໃນປີ 1942 ໂດຍແມ່ນສະເດັດ ເຈົ້າສຸພານຸວົງ ເປັນຜູ້ອອກແບບ ແລະ ນຳພາໃນການກໍ່ສ້າງໂດຍກົງ ຊຶ່ງເປັນຂົວຂ້າມແມ່ນໍ້າເຊໂດນ ຕາມເສັ້ນທາງເລກທີ 23 ເຊື່ອມຕໍ່ລະຫວ່າງເມືອງສາລະວັນ ຫາ ເມືອງຕຸ້ມລານ ແຂວງສາລະວັນ ອອກໄປຫາ ເມືອງພິນ ແຂວງສະຫວັນນະເຂດ.
ຂົວດັ່ງກ່າວ ໄດ້ຖືກຍົນ ເຕ28 ຂອງຈັກກະພັດອາເມຣິກາ ຖິ້ມລະເບີດໃສ່ທຳລາຍ ໃນທ້າຍສະໄໝສົງຄາມອິນດູຈີນໃນປີ 1968 ຊຶ່ງຈຸດດັ່ງກ່າວ ຫ່າງຈາກເທດສະບານແຂວງສາລະວັນ ປະມານ 22 ກິໂລແມັດ.
ແຫຼ່ງຂ່າວ: ສື່ມວນຊົນແຂວງສາລະວັນ