ປະທານ ອົງການກວດກາແຫ່ງລັດ ຊີ້ແຈງຕໍ່ຄຳຊັກຖາມ ຂອງບັນດາ ສສຊ ຂປລ. ທ່ານ ຄຳພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ໄດ້ຊີ້ແຈງຕໍ່ຄຳຊັກຖາມ ຂອງບັນດາສະມາຊິກສະພາແຫ່ງຊາດ(ສສຊ) ແລະ ຄະນະປະຈຳສະພາແຫ່ງຊາດ ໃນກອງປະຊຸມສະໄໝສາ ມັນ ເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 23 ທັນວາ 2022 ໂດຍສະເພາະ ບັນຫາການກວດກາ ຍົກເວັ້ນພາສີອາກອ
ກ່ຽວກັບການນຳເຂົ້ານ້ຳມັນເຊື້ອໄຟ, ການກວດກາບ້ວງເງິນຊົດເຊີຍ ຜູ້ໄດ້ຮັບຜົນກະທົບ ຈາກໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ກວດກາການປະຕິຮູບ ທະນາຄານທຸລະກິດ ແລະ ວິສາຫະກິດລັດ, ນັບທັງການດຳເນີນມາດຕະການ ແກ້ໄຂຜົນກະທົບ ໃນຜົນການກວດກາຕາມຜົນການກວດສອບ.
ປະທານອົງການກວດກາແຫ່ງລັດ ໄດ້ຊີ້ແຈງວ່າ: ສຳລັບການກວດກາ ຍົກເວັ້ນພາສີອາກອນການນຳເຂົ້ານ້ຳມັນເຊື້ອໄຟ ແມ່ນໄດ້ມີການດຳເນີນການແລ້ວ ແຕ່ມາຮອດປັດຈຸບັນຍັງບໍ່ທັນໄດ້ຄຳຕອບທີ່ແນ່ ນອນ ເຫດຜົນເນື່ອງຈາກບັນຫາດັ່ງກ່າວນີ້ ໄດ້ມີການປະສານກັບພາກສ່ວນທີ່ກ່ຽວຂ້ອງ ຜູ້ທີ່ອະນຸມັດໃຫ້ນຳເຂົ້າ, ຜູ້ທີ່ອະນຸມັດໃຫ້ຍົກເວັ້ນ
ແລະ ກະຊວງກ່ຽວຂ້ອງ, ແຕ່ພາກສ່ວນດັ່ງກ່າວກໍຍັງບໍ່ທັນໄດ້ສະໜອງເອກະສານ ຫລື ຂໍ້ມູນໃຫ້ອົງການກວດກາເທື່ອ ເຊິ່ງພວກເຮົາຈະສືບຕໍ່ປະຕິບັດວຽກທີ່ສະພາແຫ່ງຊາດ ໄດ້ມອບໃຫ້ທີ່ຍັງຄ້າງ ໃນປີ 2023 ນີ້. ສ່ວນການກວດກາບ້ວງເງິນຊົດເຊີຍ ຜູ້ໄດ້ຮັບຜົນກະທົບຈາກ ໂຄງ ການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ຕາມຕົວເລກທີ່ອົງການ
ກວດກາແຫ່ງລັດ ໄດ້ຕິດຕາມເຊິ່ງມີຜູ້ໄດ້ຮັບຜົນກະທົບທັງໝົດ 6.855 ຄອບຄົວ, ມູນຄ່າທີ່ຈະຕ້ອງໄດ້ຊົດເຊີຍທັງໝົດ 1.948 ຕື້ກວ່າກີບ, ມາຮອດປັດຈຸບັນ ໄດ້ຊົດເຊີຍສຳເລັດແລ້ວ 5.837 ຄອບຕົວ, ມູນຄ່າ 1.483 ຕື້ກີບ, ຍັງຄ້າງ 1.018 ຄອບຄົວ ມູນຄ່າ 232,86 ຕື້ກີບ; ການຊົດເຊີຍໃຫ້ແກ່ຜູ້ຖືກຜົນກະທົບ ຍັງບໍ່ທັນສະຫລຸບ
ຂາດຕົວໄດ້ເທື່ອ ກຳລັງປະຕິບັດ ແລະ ຍັງມີຂໍ້ມູນຜົນກະທົບດ້ານ ທີ່ດິນ ແລະ ສິ່ງປຸກສ້າງຈຳນວນໜຶ່ງຍັງບໍ່ທັນຈະແຈ້ງ ຍັງຕົກ ລົງມູນຄ່າການຊົດເຊີຍບໍ່ທັນໄດ້ ໂດຍສະເພາະ ຜົນກະທົບໃນການກໍ່ສ້າງທາງເຂົ້າສູ່ສະຖານີລົດໄຟ ຢູ່ 4 ແຂວງ ແລະ ນະຄອນຫລວງວຽງຈັນ; ຖ້າລົງເກັບກຳຄືນມູນຄ່າຊົດເຊີຍ ອາດຈະຫລາຍກວ່ານີ້ ເພາະຜົນກະທົບຫລາຍ
ອັນທີ່ຍັງບໍ່ທັນໄດ້ຄິດໄລ່ ເຊິ່ງຈະໄດ້ປຶກສາຫາລືກັນຄືນໃໝ່. ສ່ວນການແກ້ໄຂຜົນກະທົບຕໍ່ປະຊາຊົນ ທີ່ຕິດພັນກັບໂຄງການ ກໍ່ສ້າງເສັ້ທາງລົດໄຟລາວ-ຈີນ, ອົງການກວດກາແຫ່ງລັດ ໄດ້ມອບໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ຊີ້ນຳຄະນະຄຸ້ມຄອງ ປະສານງານກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອແກ້ໄຂຕໍ່ໄປ.
ຕໍ່ບັນຫາການກວດກາ ການປະຕິຮູບທະນາຄານທຸລະກິດ ແລະ ວິສາຫະກິດລັດ ອົງການກວດກາ ແຫ່ງລັດ ຍັງຢູ່ໃນຂັ້ນຕອນການປະສານກັບພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນ ກຳມາທິການສະພາແຫ່ງຊາດ ແລະ ກະຊວງທີ່ກ່ຽວຂ້ອງ ເພື່ອເອກະພາບໃນການດຳເນີນການແກ້ໄຂໃນຂັ້ນຕໍ່ໄປ ເຊິ່ງໃນເບື້ອງຕົ້ນ ພວກເຮົາໄດ້ແລກປ່ຽນຄຳຄິດເຫັນ ກັບ
ທ່ານປະທານ ສະພາແຫ່ງຊາດແລ້ວ ຍັງມີຫລາຍອັນທີ່ຈະຕ້ອງໄດ້ປະສານງານກັນຄືນໃໝ່ ໃຫ້ລະອຽດ. ເຖິງຢ່າງໃດກໍຕາມ ໃນເວລາດຳເນີນການກວດກາ ເຫັນໄດ້ຂໍ້ຫຍຸ້ງຍາກ ໂດຍສະເພາະ ແມ່ນການສະໜອງຂໍ້ມູນ, ເອກະສານຂອງພາກສ່ວນທີ່ກ່ຽວຂ້ອງຍັງຊັກຊ້າ, ບໍ່ຊັດເຈນ ແລະ ຍັງບໍ່ຄົບຖ້ວນ ເປັນຕົ້ນ ການກຳນົດຂອບ ຫລື ປີ ຂອງການ
ຍົກເວັ້ນພາສີອາກອນ ບໍ່ແຈ້ງ ສະນັ້ນ, ເຮັດໃຫ້ການ ເອົາຂໍ້ມູນເອກະສານທີ່ກ່ຽວຂ້ອງ ແມ່ນພົບຄວາມຫຍຸ້ງຍາກ ເຊິ່ງໃນຕໍ່ໜ້າອົງການກວດກາແຫ່ງລັດ ຈະສືບຕໍ່ປະສານກັບກຳມາທິການແຜນການການເງິນ ແລະ ອົງການກວດສອບ ເພື່ອເອກະພາບ ດ້ານເນື້ອໃນ ທີ່ຈະໃຫ້ອົງການກວດກາແຫ່ງລັດ ດຳເນີນການກວດກາ. ສຳລັບການດຳເນີນມາດ
ຕະການແກ້ໄຂຜົນກະທົບ ໃນຜົນການກວດກາ ຕາມຜົນການກວດສອບ ໃຫ້ມີຄວາມເຂັ້ມງວດ ເດັດຂາດ ແລະ ທັນການຕາມກົດໝາຍວ່າດ້ວຍ ການກວດກາລັດ ໂດຍສະເພາະແມ່ນການປະຕິບັດວິໄນ ຕໍ່ຫົວໜ້າອົງການກວດກາທີ່ກ່ຽວຂ້ອງ ຂອງເປົ້າໝາຍທີ່ກວດກາຕາມມາດຕາ 24 ແລະ 25. ສະເພາະມາດຕາ 24 ການແກ້ໄຂຜົນການ
ກວດກາ ໄດ້ກຳນົດຮູບແບບລົງວິໄນຕໍ່ຜູ້ທີ່ເປັນຫົວໜ້າ ທີ່ຕົກລົງແກ້ໄຂ ຜົນຂອງການກວດກາບໍ່ຖືກຕ້ອງຕາມການຕົກລົງຂອງຂັ້ນເທິງ ຈະຖືກລົງວິໄນ; ຕໍ່ກັບມາດຕາດັ່ງກ່າວນີ້ ອົງການກວດກາແຫ່ງລັດ ຍັງບໍ່ທັນໄດ້ຮ່າງກົດໝາຍ ຫລືເອີ້ນວ່ານິຕິກຳໃຕ້ກົດໝາຍ ເພື່ອເປັນເອກະພາບໃນການປະຕິບັດໃຫ້ເປັນລະບົບ ແລະ ຂັ້ນຕອນໃນການລົງວິໄນ.
ຕໍ່ຄຳຊັກຖາມຂອງບັນດາສະມາຊິກສາພາແຫ່ງຊາດ ກ່ຽວກັບ ການນຳເອົາໂຄງການນອກແຜນຈຳ ນວນ 38 ໂຄງການ, ມູນຄ່າ 318,01 ຕື້ກີບ, ຜ່ານການດຳເນີນການກວດກາ ເຫັນວ່າໂຄງການດັ່ງກ່າວແມ່ນມີການກໍ່ສ້າງສຳເລັດຫລາຍປີແລ້ວ ເປັນໂຄງການທີ່ມີປະສິດທິຜົນ ທັງເປັນໂຄງການທີ່ມີຄວາມຈຳ ເປັນໃຫ້ແກ່ພື້ນຖານໂຄງລ່າງ
ຂອງທ້ອງຖິ່ນ ແລະ ຮັບໃຊ້ ໃຫ້ແກ່ການດຳລົງຊີວິດຂອງປະຊາຊົນ, ແຕ່ໂຄງການດັ່ງກ່າວຍັງບໍ່ທັນໄດ້ຮັບການຊຳລະເງິນ ເພາະເປັນໂຄງການນອກແຜນ ແລະ ເຈົ້າຂອງໂຄງການກໍບໍ່ມີຄວາມສາມາດຊຳລະເງິນ; ສະນັ້ນ ຈິ່ງສະເໜີສະພາແຫ່ງຊາດ ຊີ້ນຳລັດຖະບານໃຫ້ເອົາເຂົ້າແຜນຫລືບໍ່. ໃນໄລຍະຜ່ານມາການດຳເນີນການກວດກາໂຄງການ ບໍ່ມີ
ຄວາມຄືບໜ້າ ເຫດຜົນຍ້ອນຂາດບຸກຄະລາກອນ, ງົບປະມານບໍ່ພຽງພໍ ເຊິ່ງອົງການກວດກາແຫ່ງລັດ ໄດ້ແຕ່ງໜ່ວຍງານລົງສົມທົບກັບກະຊວງ, ອົງ ການ ແລະ ທ້ອງຖິ່ນດຳເນີນການກວດກາ ໂຄງການສິບຕື້ລົງມາຈິ່ງສາມາດກວດກາສຳເລັດ 616 ໂຄງ ການ.
ຂ່າວ: ມະນີທອນ, ພາບ: ເກດສະໜາ