ກົດໄລ້ກົດແຊຣ໌ ດວງລາຍວັນປະຈຳວັນທີ 28 ທັນວາ 2022 ການງານ ການເງິນ ຄວາມຮັກ

    0
    163

    ຄົນເກີດວັນອາທິດ:ການ​ງານການດຳເນີນວຽກໃນໜ້າທີ່ການງານທີ່ກຳລັງເຮັດຢູ່ ແມ່ນເປັນໄປຕາມທີ່ຄາດຫວັງ ການ​ເງິນຈະໄດ້ຮັບໂຊກຈາກຜູ້ໃຫຍ່ຈາກທີ່ເຮັດວຽກ ກ່ອນປີໃໝ່ນີ້ ຄວາມ​ຮັກມີໂອກາດຊ້ຳໃຈຈາກຄົນທີ່ເຮົາກຳລັງສຶກສາດູໃຈກັນຢູ່ ເຄື່ອງມຸງຄຸນສາຍຄໍໄຂ່ມຸກ ສີມຸງຄຸນ​ສີບົວ ເລກ​ນຳ​ໂຊກ​3

    ຄົນເກີດວັນຈັນ:ການ​ງານມີໂອກາດທີ່ຈະໄດ້ປ່ຽນວຽກງານທີ່ກຳລັງເຮັດຢູ່ ການ​ເງິນ​ຈະໄດ້ຮັບໂຊກ ພົບເງິນເກັບທີ່ເຮົາລືມໄວ້ ໄດ້ຄືນມາ ຄວາມ​ຮັກ​ການເດີນທາງໄປໃ ສະຖານທີ່ໃໝ່ຈະເຮັດໃຫ້ທ່ານໄດ້ພົບເຈິກັບຄວາມສຳພັນທີ່ເຮັດໃຫ້ຫົວໃຈທ່ານຫວັ່ນໄຫວໄດ້ ເຄື່ອງມຸງຄຸນ​ ຕ່າງຫູຄຳ ສີມຸງຄຸນສີສົ້ມ ເລກ​ນຳ​ໂຊກ​7

    ຄົນເກີດວັນອັງຄານ:ການ​ງານ​ການງານບໍ່ມີບັນຫາ ຜົນງານດີ ເປັນທີ່ໜ້າຍ້ອງຍໍ ແລະ ອາດຈະຖືກເອົາມາເປັນແບບຢ່າງອີກດ້ວຍ ການ​ເງິນ​ແບ່ງເງິນເກັບໄປລົງທຶນກັບການຄ້າຂາຍຈະໄດ້ຮັບຜົນກຳໄລຕື່ມ ຄວາມ​ຮັກ​ ລະວັງຄວາມສຳພັນກັບຄົນຮັກຂອງທ່ານອາດຈະມີປາກສຽງກັນໄດ້ ເຄື່ອງມຸງຄຸນ​ ສາຍແຂວນເພັດສີແດງ ສີມຸງຄຸນສີ​ແດງ ເລກ​ນຳ​ໂຊກ​1

    ຄົນເກີດວັນພຸດ:ການ​ງານລະວັງເລື່ອງຄວາມຂັດແຍ້ງເລື່ອງຜົນປະໂຫຍດໃນກຸ່ມໝູ່ທີ່ທ່ານຮ່ວມເຮັດວຽກນຳ ການ​ເງິນລະວັງເລື່ອງລາຍຈ່າຍ ເພາະຊ່ວງນີ້ທ່ານມີເກນຈະໃຊ້ເງິນເພື່ອແກ້ໄຂຄວາມບໍ່ສະບາຍໃຈທີ່ມີ ຄວາມ​ຮັກຈົ່ງໄວ້ໃຈຄົນຮັກຂອງທ່ານ ເພາະຊ່ວງນີ້ອາດຈະມີມືທີ່ສາມເຂົ້າມາເຮັດໃຫ້ຄວາມສຳພັນຕ້ອງແຕກຫັກກັນໄດ້ ເຄື່ອງມຸງຄຸນ  ເງິນ
    ສີມຸງຄຸນສີຂາວ ເລກ​ນຳ​ໂຊກ​7

    ຄົນເກີດວັນພະຫັດ:ການ​ງານການງານມີຄວາມລື່ນໄຫຼດີ ແລະ ເຮັດໃຫ້ທ່ານມີໂອກາດໃນການວາງແຜນໃຫ້ທາງເລືອກຂອງຊີວິດໄດ້ ການ​ເງິນລາຍຈ່າຍຫຼາຍເປັນພິເສດ ອາດຈະຕ້ອງໄດ້ຄວບຄຸມອາລົມເລື່ອງການໃຊ້ຈ່າຍ ຄວາມ​ຮັກຈະໄດ້ພົບກັບຄົນທີ່ທ່ານວາດຝັນໄວ້ ແລະ ອາດຈະຕົກຫຼຸມຮັກແບບບໍ່ຮູ້ໂຕ ເຄື່ອງມຸງຄຸນ​ມໍລະກົດ ສີມຸງຄຸນສີດຳ
    ເລກ​ນຳ​ໂຊກ​4

    ຄົນເກີດວັນສຸກ:ການ​ງານ​​ ຖ້າກຳລັງເຮັດ ຫຼື ຄິດທີ່ຈະເຮັດທຸລະກິດຄ້າຂາຍແມ່ນຈະໄດ້ຮັບຜົນກຳໄລທີ່ດີງາມ ການ​ເງິນບໍ່ຝືດເຄືອງ ມີເງິນເກັບ ແລະ ການຈັດການການເງິນເຮັດອອກມາໄດ້ດີ ຄວາມ​ຮັກລະວັງເລື່ອງຮັກສາມເສົ້າ ເພາະທ່ານອາດຈະໄປເຂົ້າພົວພັນກັບຄວາມສຳພັນ ຫຼື ເລື່ອງແບບນີ້ໄດ້ ເຄື່ອງມຸງຄຸນ​​ຫິນນຳໂຊກສີເຫຼືອງ ສີມຸງຄຸນສີຂາວ
    ເລກ​ນຳ​ໂຊກ​9

    ຄົນເກີດວັນເສົາ:ການ​ງານຊ່ວງນີ້ອາດຈະມີບັນຫາເຂົ້າມາແບບບໍ່ທັນໄດ້ຕັ້ງໂຕອາດຈະສົ່ງຜົນກະທົບຕໍ່ໜ້າວຽກໄດ້ ຕັ້ງສະຕິ ແລ້ວມັນຈະຜ່ານໄປ ການ​ເງິນເພິ່ມຊ່ອງທາງຂອງລາຍໄດ້ເພື່ອທີ່ຢາກມີເງິນເກັບ ແຕ່ໂດຍລວມກໍບໍ່ມີບັນຫາຂັດຂ້ອງຫຍັງ ຄວາມ​ຮັກອາດຈະມີປາກສຽງກັບຄົນຮັກຂອງທ່ານໄດ້ ເພາະຄວາມຄິດເຫັນທີ່ບໍ່ມີໃຜຍອມໃຜ, ຄົນໂສດ ຄົນທີ່ແມ່ນຍັງບໍ່ມາ ອົດໃຈຖ້າອີດນິດໜຶ່ງ ເຄື່ອງມຸງຄຸນ​  ສາຍຄໍຄຳ ສີມຸງຄຸນສີຟ້າເຂັ້ມ ເລກ​ນຳ​ໂຊກ​6

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.