ກອງປະຊຸມໜ່ວຍປະສານງານປະຈໍາພື້ນທີ່ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ແຂວງ ບໍລິຄໍາໄຊ ສປປ ລາວ ແລະ ແຂວງ ບຶງການ ຣາຊະອານາຈັກໄທ ຄັ້ງທີ 9 ໄດ້ຈັດຂຶ້ນຢູ່ແຂວງ ບໍລິຄໍາໄຊ ໃນວັນທີ 29 ທັນວາ 2022, ຜູ້ແທນຝ່າຍ ສປປ ລາວ ນໍາໂດຍ ທ່ານ ພັອ ຄໍາແດງ ແພງພົງພັນ ຫົວໜ້າການ
ທະຫານກອງບັນຊາການທະຫານແຂວງ, ຫົວໜ້າໜ່ວຍປະສານງານປະຈໍາພື້ນທີ່ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ລາວ-ໄທ ແຂວງ ບໍລິຄໍາໄຊ, ຝ່າຍຣາຊະອານາຈັກໄທນໍາໂດຍ ທ່ານ ພັອ ຈັກກະພົງ ໂພນາແຄ ຜູ້ບັງຄັບການກອງບັງຄັບການຄວບຄຸມທີ 2 ກອງກໍາລັງ ສຸລະສັກມົນຕີ ຫົວໜ້າໜ່ວຍປະສານງານປະຈໍາພື້ນທີ່ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຕາມຊາຍແດນໄທ-ລາວ ແຂວງບຶງການ.
ທ່ານ ຮອງຫົວໜ້າໜ່ວຍປະສານງານປະຈໍາພື້ນທີ່ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຕາມຊາຍແດນ ລາວ-ໄທ ລາຍງານວ່າ: ໄລຍະ 3 ເດືອນຜ່ານມາ (ເດືອນ ຕຸລາ-ທັນວາ 2022) ໂດຍປະຕິບັດຕາມບົດບັນທຶກກອງປະຊຸມໜ່ວຍປະສານງານປະຈໍາພື້ນທີ່ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຕາມຊາຍແດນໄທ-ລາວ ຄັ້ງທີ
8 ເຊິ່ງໄດ້ຮ່ວມກັນເຄື່ອນໄຫວຕິດຕາມ, ກວດກາ, ລາດຕະເວນ ເພື່ອສະກັດກັ້ນ ແລະ ປາບປາມຂະບວນການຂົນສົ່ງ, ຄ້າຂາຍຢາເສບຕິດທຸກປະເພດທີ່ມີເປົ້າໝາຍຄ້າ-ຂາຍຢາເສບຕິດຢູ່ບັນດາເມືອງ ແລະ ບ້ານທີ່ມີຊາຍແດນຕິດກັນ, ຜ່ານການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ແຂວງບໍລິຄໍາໄຊ ສາມາດມ້າງຄະດີຢາເສບຕິດໄດ້ 120
ເລື່ອງ, ກັກຕົວຜູ້ຖືກຫາ 163 ຄົນ, ຍິງ 12 ຄົນ, ຄົນຕ່າງປະເທດ 1 ຄົນ, ຢຶດໄດ້ຢາບ້າ 40.872 ເມັດ, ຄັນຊາແຫ້ງ 5.951 ກິໂລກຣາມ, ປືນດັດແປງ 4 ກະບອກ, ລູກປືນ 56 ລູກ, ໃບກະທ້ອມ 8 ກິໂລກຣາມ, ກະເຟປະສົມສານເສບຕິດແບບຊອງ 779 ຊອງ, ກະເຟປະສົມສານເສບຕິດແບບກະປ໋ອງ 87 ກະປ໋ອງ, ລົດ
ໃຫຍ່ 14 ຄັນ, ລົດຈັກ 12 ຄັນ; ຝ່າຍແຂວງ ບຶງການ ສາມາດມ້າງຄະດີຢາເສບຕິດໄດ້ 29 ລາຍ, ກັກຕົວຜູ້ຖືກຫາໄດ້ 27 ຄົນ, ຢຶດຂອງກາງໄດ້ຢາບ້າ 3.828.248 ເມັດ, ຄັນຊາ 232 ກິໂລກຣາມ, ຢາໄອສ໌ 200 ກິໂລກຣາມ.
ສໍາລັບທິດທາງຕໍ່ໜ້າທັງສອງຝ່າຍຈະໄດ້ເພີ່ມທະວີແລກປ່ຽນຂໍ້ມູນ-ຂ່າວສານດ້ານຕ່າງໆໃຫ້ກັນ ແລະ ກັນຮັບຮູ້ຢ່າງເປັນປົກກະຕິ-ຕໍ່ເນື່ອງ, ວ່ອງໄວ ແລະ ທັນເຫດການ, ຮ່ວມກັນອອກກວດກາລາດຕະເວນທາງນໍ້າຂອງ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາການຄ້າ-ຂາຍ, ຂົນສົ່ງຢາເສບຕິດຜ່ານຊາຍແດນໃຫ້ທັນສະພາບການ, ສືບຕໍ່ປ້ອງກັນສະ
ກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ຫລຸດລົງເປັນກ້າວໆ ພ້ອມກັນນັ້ນຍັງຈະໄດ້ຮ່ວມກັນຈັດກິດຈະກໍາເພື່ອສັງຄົມ ແລະ ສິ່ງແວດລ້ອມເຊັ່ນ: ການມອບເຄື່ອງກັນໜາວ, ອຸປະກອນກິລາ, ການປ່ອຍປາ ແລະ ປູກຕົ້ນໄມ້ຢູ່ແຂວງ ບໍລິຄໍາໄຊ. ພ້ອມນີ້, ທັງສອງຝ່າຍປຶກສາຫາລືວາງແຜນ ແລະ ເປັນເອກະພາບກັນຕໍ່
ບົດບັນທຶກໃນການສືບຕໍ່ຮ່ວມມືກັນເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນໃຫ້ໄດ້ຮັບຜົນສໍາເລັດຕາມທິດທາງແຜນການທີ່ວາງໄວ້ຢ່າງມີປະສິດທິຜົນສູງ ເພື່ອເຮັດໃຫ້ຊາຍແດນຂອງທັງສອງປະເທດລາວ-ໄທ, ບໍລິຄໍາໄຊ-ບຶງການ ເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ຄວາມສາມັກຄີຮັກແພງ ຖານບ້ານໃກ້ເຮືອນຄຽງ ໃຫ້ໝັ້ນຄົງທະນົງແກ່ນຂຶ້ນເລື້ອຍໆ.