ທຸກຄົນ ທ່ານ ນາຍົກລັດຖະມົນຕີ ຄົນໃໝ່ ແມ່ນ ທ່ານ ສອນໄຊ ສີພັນດອນ ຖືກແຕ່ງຕັ້ງແລ້ວ

    0
    91

    ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.

    ໃນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ຊຶ່ງເປັນມື້ສຸດທ້າຍຂອງກອງປະຊຸມດັ່ງກ່າວ. ທ່ານ ນາງ ສູນທອນ ໄຊຍະຈັກ, ຮອງປະທານສະພາແຫ່ງຊາດ ໄດ້ຜ່ານໜັງສືສະເໜີຂອງ ທ່ານ ພັນຄຳ ວິພາວັນ, ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເພື່ອຂໍພັກຜ່ອນຮັບອຸດໜູນບຳນານ.

    ໂອກາດດຽວກັນ, ທ່ານ ພັນຄຳ ວິພາວັນ, ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍ່ໄດ້ກ່າວເຖິງຜົນງານ ໃນການປະຕິບັດໜ້າທີ່ ແລະ ຜົນສໍາເລັດທີ່ຍາດມາໄດ້ ຕະຫຼອດທີ່ທ່ານດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ. ມາຮອດປັດຈຸບັນ, ທ່ານ ພັນຄຳ ວິພາວັນ ມີອາຍຸກະສຽນ 72 ປີ; ແຕ່ດ້ວຍສຸຂະພາບບໍ່ເອື້ອຍອໍານວຍ ຈຶ່ງຂໍພັກຜ່ອນຮັບອຸດໜູນບຳນານ ຕາມລະບຽບຫຼັກການ.

    ໂອກາດດຽວກັນ, ສະພາແຫ່ງຊາດ ກໍ່ໄດ້ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ຂຶ້ນເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ (ຄົນໃໝ່) ໂດຍໄດ້ຮັບຄວາມເຫັນດີຈາກສະມາຊິກສະພາແຫ່ງຊາດ ດ້ວຍສຽງສ່ວນຫຼາຍ.

    ຈາກ: TargetMagazine

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.