ວັນທີ 31 ທັນວາ 2022 ຜ່ານມານີ້, ທະນາຍຄວາມຂອງລັດຖະບານມຽນມາກ່າວວ່າ: 5 ຄະດີສໍ້ລາດບັງຫຼວງກ່ຽວກັບທ່ານນາງ ອອງຊັນຊູຈີ ອະດີດທີ່ປຶກສາແຫ່ງລັດ ແລະ ທ່ານ ວີນມີນ ອະດີດປະທານາທິບໍດີຂອງມຽນມາ ໄດ້ຖືກຕັດສິນໃນສານພິເສດທີ່ຕັ້ງຢູ່ຄຸກເນປີດໍ, ສອງທ່ານລ້ວນແຕ່ຖືກຕັດສິນຕິດຄຸກ 7 ປີ, ບວກກັບເວລາຕິດຄຸກທີ່ຕັດສິນໃນເມື່ອກ່ອນ, ເວລາຕິດຄຸກຂອງທ່ານນາງ ອອງຊັນຊູຈີ ຈະເພີ່ມຂຶ້ນເຖິງ 33 ປີ, ທ່ານ ວີນມີນ ຈະເພີ່ມຂຶ້ນເຖິງ 12 ປີ.
ທະນາຍຄວາມຂອງລັດຖະບານມຽນມາກ່າວວ່າ: ຄະດີທີ່ຕັດສິນໃນວັນທີ 30 ທັນວາ 2022 ຜ່ານມານີ້ແມ່ນ ໃນໄລຍະລັດຖະບານຊຸດກ່ອນ, ທ່ານນາງ ອອງຊັນຊູຈີ ແລະ ທ່ານ ວີນມີນ ບໍ່ໄດ້ປະຕິບັດຕາມຂໍ້ກຳນົດທາງການເງິນໃນການເຊົ່າ, ຊື້ ແລະ ປົກປັກຮັກສາຍົນເຮຣີກົບເຕກອບກູ້, ເຮັດໃຫ້ລັດມີຄວາມເສຍຫາຍທາງການເງິນ, ຄະນະ
ກຳມະການຕໍ່ຕ້ານການສໍ້ລາດບັງຫຼວງຂອງມຽນມາ ຈຶ່ງກ່າວຟ້ອງສອງທ່ານ ຕາມມາດຕາທີ່ກ່ຽວຂ້ອງໃນກົດໝາຍວ່າດ້ວຍການຕໍ່ຕ້ານການສໍ້ລາດບັງຫຼວງ.ທະນາຍຄວາມກ່າວຕື່ມວ່າ: ນັບມາຮອດປັດຈຸບັນ, ຄະດີທີ່ກ່ຽວພັນເຖິງທ່ານນາງ ອອງຊັນຊູຈີ ແລະ ທ່ານ ວີນມີນ ລ້ວນແຕ່ໄດ້ຕັດສິນທັງໝົດແລ້ວ.
ຂ່າວ: CRI-FM93