ໜັງສືພິມ Pattaya Mail ຂອງໄທ ລາຍງານໃນວັນທີ 02/01/2023 ໃຫ້ຮູ້ ໂດຍອີງຕາມການສໍາພາດ ທ່ານ Yutthasak Supasorn, ຜູ້ອໍານວຍການ ອົງການທ່ອງທ່ຽວແຫ່ງປະເທດໄທ ຫຼື Tourism Authority of Thailand (TAT) ຊີ້ໃຫ້ຮູ້ວ່າ ຕົວເລກ ນັກທ່ອງທ່ຽວໄທ ເດີນທາງ ອອກໄປທ່ອງທ່ຽວຕ່າງປະເທດ ເພີ່ມຂຶ້ນ
ປະມານ 28.000 ຄົນຕໍ່ມື້ ຕັ້ງແຕ່ ວັນທີ 01 ຕຸລາ ເຖິງປະມານ 33.400 ຄົນຕໍ່ມື້ ພາຍຫຼັງ 31 ພະຈິກ 2022. ໂດຍອີງຕາມ ຂໍ້ມູນຈາກ ເວັບໄຊທ Booking ດອດຄອມ ຊີ້ໃຫ້ຮູ້ວ່າ ຈຸດໝາຍປາຍທາງ ການທ່ອງທ່ຽວ ທີ່ຄົນໄທ ນິຍົມ ອອກໄປທ່ຽວ ຫຼາຍທີ່ສຸດແມ່ນ ປະເທດຍີ່ປຸ່ນ 🇯🇵 ຮອງລົງມາ ແມ່ນ ສ.ເກົາຫຼີ 🇰🇷 ສິງກະໂປ 🇸🇬
ແລະ ສປປ ລາວ ຕາມລໍາດັບ. ການເພີ່ມຂຶ້ນ ຂອງນັກທ່ອງທ່ຽວໄທ ເດີນທາງໄປທ່ຽວຕ່າງປະເທດ ແມ່ນເປັນຍ້ອນ ການຫຼຸດຜ່ອນ ມາດຕະການໂຄວິດ ພາຍຫຼັງ ທີ່ມີການແຜ່ລະບາດໂຄວິດ ເປັນເວລາ 3 ປີ ບວກໃສ່ກັບ ການມີ ສາຍການບິນກົງ ໄປຫາ ປະເທດຕ່າງໆ.
ແປໂດຍ: FM 90