ຈາກໂພສນີ້ ບອກເລີຍຕ້ອງອ່ານໃ້ຈົບ ອີກມມໜຶ່ງຂອງຊີວິດຄູ່ ໂພສ Kabuea Tonoy PT ວ່າ
“ຂ້ອຍເຫັນຫລາຍຄົນມັກເວົ້າວ່າ ໃຫ່ມໃຫ່ມກະຮັກ ດົນໄປກະອອກລາຍ ບາງຄົນກະບອກວ່າ ຜົວມັກຫລິ້ນສາວຕອນເມຍຖືພາ
ມັນບໍ່ແມ່ນເດີ ຂ້ອຍພິສູດມາແລ້ວ ຄັນຜູ້ຊາຍມັນຊິຊົ່ວ ບໍ່ມິລູກຈັກຄົນມັນກະຊົ່ວ ມັນກະຊົ່ວ
ສະບາຍດີປີໃຫ່ມ2023
ຈາກນັ້ນແຕ່ລະຮູບກໍຂຽນຄໍາອະທິບາຍໃສ່ ເອົາມາໃຫ້ເບິ່ງບາງຮູບເດີ້ ຕາມນີ້
ຕອນແລກຄົບກັນໃຫ່ມ ໃຜກະບອກວ່າໄວ ປຸບປັບໂພດ ຂະຫນາດຂ້ອຍເອງກະເກືອບຕັ້ງໂຕບໍ່ທັນ ລົມກັນໄດ້ປະມານ2-3ເດືອນກະຈອງໂຮງແຮມໄວ້ເປັນປີ ລຸ້ນຢູ່ວ່າຊິກອດຄໍກັນລອດຮອດມື້ນັ້ນບໍ່
ແລະແລ້ວມື້ທີ່ລໍຄອຍກະມາຮອດ ເຮົາຈັບມືກັນເຂົ້າພາຂວັນ ເຂົ້າຫ້ອງຫໍຢ່າງສົມບູນແບບ
.
ຂ້ອຍຮູ້ວ່າທຸກຄົນມີກຽດແລະສັກສີ ແຕ່ການທີ່ຈະສ້າງຄອບຄົວໄຫ້ສົມບູນແບບ ບາງເທື່ອຄຳຄຳນັ້ນກະບໍ່ໄດ້ສຳຄັນ ບໍ່ວ່າຈະຜົວຫລືເມຍຄວນລົດທິດທິລົງ ຢຸດສ້າງກຳແພງ ຢູ່ນຳກັນດ້ວຍຄວາມເຂົ້າໃຈ
.
ເລິ່ມຕົ້ນຜົວເມຍບໍ່ໄດ້ມີຫຍັງເລີຍ ບໍ່ມີໃຜຊັບພອດ ມີແຕ່ສອງຜົວເມຍຊັບພອດກັນເອງ ມີຫນ້ອຍກະກິນຕາມຫນ້ອຍ
.
ການມີລູກມາເຕີບເຕັມຊີວິດເຮັດໄຫ້ເຮົາສອງຄົນຮູ້ວ່າຊີວິດມັນມີຄ່າ ຫລາຍກ່ອນຊິເອົາເວລາມາຜິດກັນ ຕ່າງຄົນຕ່າງເຊື່ອໃຈກັນຫລາຍຂື້ນ
.
ເຮົາເຮັດທຸກວິນາທີ່ໄຫ້ມີຄ່າ ໄປໃສ່ໄປເປັນແພັກ ວຸ້ນແນ່ ມ່ວນແນ່ ນີ້ແຫລະຄືລົດຊາດຄຳວ່າຄອບຄົວ
.
.
ຂໍຍ້ອນກັບໄປເມື່ອ9ປີທີ່ແລ້ວ ບ່າວທີ່ຮ໋ອດທີ່ສຸດໃນຕອນນັ້ນ ຫລາຍຄົນກ່າວຂານວ່າເຈົ້າຊູ້ ເປັນເສືອເລັບຍາວ ຂ້ອຍເລີຍຢາກລອງສັກຕັ້ງວ່າຊິສົມຄຳລໍ້າລືບໍ່
ມັນຈະເປັນຮີດຄອງເວລາມີເດັກເຂົ້າໃຫ່ມ ໄອບ່າວກະຊິທຳທ່າຢ່າງລົງມາເບິ່ງຫນ້າ ລາວເປັນບ່າວຫ້ອງການ ຂ້ອຍແມ່ນສາວຫ້ອງຂາຍ ມື້ຫນື່ງຂ້ອຍຖືກຄິວຢູ່ຕ້ອນຮັບ ທ້າວກະຢ່າງເຂົ້າມາຂໍເບີທຳທ່າຖາມວ່າເຈົ້າຮຽນຢູ່ທະນາຄານບໍ່ ຂໍເບີແນ່ພໍດີຊິຫາໄຫ້ຊື້ຟ້ອມໄຫ້ວ່າຊ່ານນນນນ ຂ້ອຍກະຮີບໄຫ້ໂລດໃດ555
ທຸກຄັ້ງທີ່ເຫັນຫນ້າລາວໃຈຂ້ອຍຈະສັ່ນ ຕື່ນເຕັ້ນ ຕອນແລງລາວກະໂທຫາ ຈະບໍ່ຄ່ອຍແຊັດ ຕໍ່ມາຂ້ອຍກະໄດ້ກິນເຂົ້າສວຍຟຮີທຸກມື້ເລີຍຈຮາ ຕອນນັ້ນເງີນເດືອນຂ້ອຍມີແຕ່ລ້ານປາຍອັນໃດຊິລອດເອົາໄວ້ກ່ອນ ເວລາຜ່ານໄປບໍ່ຮອດເດືອນລາວເຮັດໄຫ້ຂ້ອຍເຊື່ອໃຈຫລາຍຂື້ນ ລາວຂໍຖ່າຍຮູບນຳ ຂໍອັບຮູບລົງເຟດ ເອົາຮູບຂື້ນວ໋ອດແອັບ(ຜູ້ສາວແຊັດມາດ່າເປັນແຖວ555 ມັນເປັນເລື່ອງປົກກະຕິຫັ້ນລະຕອນເຂົາຍັງບໍ່ເຈິຄົນທີ່ແມ່ນກະຕ້ອງລົມຫລາຍຄົນ) ເອົາຮູບຂ້ອຍຂື້ນຫນ້າຈໍໂທລະສັບ ເລີກວຽກກະມາເຝົ້າຢູ່ເຮືອນ ເປັນຄົນທີ່ຂ້ອຍຟາກຜີຟາກໄຂ້ນຳ ຈົນມື້ນີ້ຂ້ອຍຍັງບໍ້ເຫັນເລັບເສືອ ສົງໃສເຈິຮັກແທ້ລະຕັດຖິ້ມຫມົດແລ້ວ555
(ຂອບໃຈຟ້າລິຂິດ ແລະ ຂອບບໍລິສັດສຸວັນນີທີ່ເຮັດໄຫ້ເຮົາເຈິກັນ)