ເກີດເຫດເຮືອບິນເຮລິຄອບເຕີ 2 ລຳຕຳກັນກາງອາກາດ ໃນປະເທດອົດສະຕາລີ

    0
    69

    ໃນວັນທີ 2 ມັງກອນ 2023 ຜ່ານມາ, ເກີດເຫດເຮືອບິນເຮລິຄອບເຕີ 2 ລຳຕຳກັນກາງອາກາດ ໃກ້ກັບສວນນ້ຳທະເລ Sea World, ທີ່ເມືອງໂກໂຄດ Gold Coast ປະເທດອົດສະຕາລີ, ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນ ແລະ ບາດເຈັບສາຫັດ 3 ຄົນ.

    ເຈົ້າໜ້າທີ່ຕຳຫຼວດໄດ້ລະບຸວ່າ: ເຮລິຄອບເຕີທັງ 2 ລຳຕຳກັນກາງອາກາດ ໂດຍລຳໜຶ່ງໄດ້ຕົກກະທົບລົງມາກັບພຶ້ນຈົນພິກຄວ້ຳ ແລະ ເສດສ່ວນຂອງເຮືອບິນຫຼຸດອອກ ແລະ ກະຈາຍໄປທົ່ວ, ສ່ວນອີກລຳໜຶ່ງມີແຕ່ແວ່ນບັງລົມດ້ານໜ້າຫຼຸດອອກ ເຮັດໃຫ້ຜູ້ໂດຍສານທັງໝົດໄດ້ຮັບບາດເຈັບ ແຕ່ສາມາດປະຄອງລົງຈອດໄດ້.

    ໃນເບື້ອງຕົ້ນ, ເຈົ້າໜ້າທີ່ຄາດວ່າ: ການ​ປະ​ທະ​ກັນ​ຂອງ​ເຮ​ລີ​ຄອບ​ເຕີ​ອາດ​ຈະ​ເກີດ​ຂຶ້ນ​ເນື່ອງ​ຈາກລຳໜຶ່ງ​​ກຳ​ລັງ​ຈະ​ບິນ​ຂຶ້ນ ໃນຂະນະທີ່ອີກລຳໜຶ່ງ ກຳລັງກຽມທີ່ຈະລົງຈອດໃນຈັງຫວະທີ່ໃກ້ຄຽງກັນ ​ແຕ່​ຍັງ​ຢູ່​ພາຍ​ໃຕ້​ການ​ສືບສວນ​ສອບ​ສວນ​ຫາ​ສາ​ເຫດ​ທີ່​ແນ່ນອນ ເຊິ່ງເຈົ້າໜ້າທີ່ໄດ້ຂໍຄວາມຮ່ວມມືຈາກປະຊາຊົນຜູ້ທີ່ເຫັນເຫດການ ຫຼື ບັນທຶກຄລິບວີດີໂອ ເພື່ອປະກອບຫຼັກຖານໃຫ້ເຈົ້າໜ້າທີ່ດຳເນີນການສືບສວນຕໍ່ໄປ.

    ແຫຼ່ງຂ່າວ: PPTV

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.