ການຊື້-ຈອງປີ້ລົດໄຟ ຍັງຫຍຸ້ງຍາກ ຈົນເຮັດໃຫ້ມີຄົນຖືກໂກງເງິນຈາກການຈອງປີ້ອອນລາຍ

    0
    65

    ປັດຈຸບັນ, ລົດໄຟຄວາມໄວສູງ ລາວ-ຈີນ ກາຍເປັນທີ່ນິຍົມຊົມຊອບໃນການເດີນທາງໄປພາກເໜືອຂອງປະຊາຊົນລາວ ແລະ ນັກທ່ອງທ່ຽວຕ່າງປະເທດ ໂດຍສະເພາະນັກທ່ອງທ່ຽວໄທທີ່ເປັນປະເທດເພື່ອນບ້ານໃກ້ຄຽງ ເຊິ່ງໃນໄລຍະສົ່ງທ້າຍປີເກົ່າ 2022 ຕ້ອນຮັບປີໃໝ່ 2023 ປະຊາຊົນໄດ້ພາກັນເດີນທາງກັບບ້ານເກີດເມືອງນອນ ແລະ ໄປທ່ຽວພັກຜ່ອນຕາມແຫລ່ງທ່ອງທ່ຽວດັ່ງເມືອງວັງວຽງແຂວງວຽງຈັນ ແລະ ແຂວງຫລວງພະບາງ.

    ແນວໃດກໍດີເຖິງວ່າການເດີນທາງດ້ວຍລົດໄຟຄວາມໄວສູງ ລາວ-ຈີນ ສະດວກສະບາຍແລະ ວ່ອງໄວ, ແຕ່ກໍມີຂໍ້ຫຍຸ້ງຫຍາກຫລາຍດ້ານກ່ອນຈະໄດ້ຂີ່ລົດໄຟໄປເປັນຕົ້ນການໄປລຽນຄິວຕໍ່ແຖວຊື້ປີ້ລົດໄຟຢູ່ສະຖານນີທີ່ມີຂໍ້ຈຳກັດ ແລະ ມີມວນຊົນລໍຖ້າຕໍ່ຄິວຫລາຍ, ບາງຄັ້ງໄປລຽນແຖວຕໍ່ຄິວແລ້ວເມື່ອຮອດຄິວປີ້ລົດໄຟພັດໝົດ ຍ້ອນມີນາຍໜ້າມີຮັບຊື້

    ຈຳນວນຫລາຍ ເພື່ອໄປຂາຍຕໍ່ເອົາກຳໄລ ແລະ ບັນຫາສຳຄັນມີກຸ່ມຄົນຈຳນວນໜຶ່ງໂພສຮັບຈອງປີ້ລົດໄຟຜ່ານສື່ອອນລາຍເຟສບຸກຢ່າງຫລວງຫລາຍເກີດການໂກງເງິນ ຫລື ຕົວະຕົ້ມໃຫ້ຜູ້ຈອງໂອນເງິນກ່ອນຈຶ່ງຈະໄດ້ຮັບປີ້ລົດໄຟ ແຕ່ເມື່ອໂອນຈອງໄປກ່ອນແລ້ວບໍ່ໄດ້ຮັບປີ້ ແລະ ຜູ້ທີ່ຮັບຈອງກໍບໍ່ຮັບຜິດຊອບໂດຍການບລັອກ ແລະ ປິດບັນຊີເຟສບຸກໜີ ເຊິ່ງຜູ້ຖືກໂກງເງິນນີ້ມີທັງຄົນລາວ-ຄົນໄທ.

    ບັນຫາດັ່ງກ່າວພາກສ່ວນກ່ຽວຂ້ອງຈະມີທິດທາງແກ້ໄຂແນວໃດ ຫລື ແກ້ແນວໃດ? ແນວໃດກໍດີຫລ້າສຸດບໍລິສັດທາງລົດໄຟລາວ-ຈີນຈຳກັດ ໄດ້ປະກາດນຳໃຊ້ແອັບພລີເຄຊັນຈອງປີ້ລົດໄຟທາງອອນລາຍ, ແຕ່ຍັງບໍ່ສາມາດຈອງປີ້ໄດ້ເທື່ອເພາະຍັງມີບາງຟັງຊັນຢູ່ໃນຂັ້ນຕອນການທົດສອບພາຍໃນຂອງວິຊາການບໍລິສັດ.

    ສະນັ້ນຂໍໃຫ້ກວດກາຄືນໃໝ່ຕື່ມເພື່ອເຮັດໃຫ້ມີຄວາມສະດວກສະບາຍງ່າຍຂຶ້ນ ແລະ ດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມປະເທດລາວເຮົາພ້ອມທັງເປັນການສົ່ງເສີມເສດຖະກິດລາວທ່ຽວລາວໃຫ້ຫລາຍຂຶ້ນ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.