ກຳລັງໃຈມາເຕັມ! ເຈົ້າແຂວງສະຫວັນນະເຂດອັດສີດນັກກິລາຜູ້ທີ່ມີຜົນງານດີເດັ່ນໃນຊຽງຂວາງເກມ 995 ລ້ານກີບ

    0
    390

    ແຂວງສະຫວັນນະເຂດ ໄດ້ ຈັດການສະຫຼຸບຜົນສໍາເລັດຂອງ ການເຂົ້າຮ່ວມງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງ ຊຽງຂວາງເປັນເຈົ້າພາບ ຫຼື ຊຽງຂວາງເກມ ໃນວັນທີ 30 ທັນວາ 2022 ພາຍຫລັງທີ່ຄະນະນັກກິລາໄດ້ເຂົ້າຮ່ວມ ແຂ່ງຂັນແຕ່ວັນທີ 13-22 ທັນວາ 2022 ມີຄະນະນັກກິລາ ຈາກ 22 ພາກສ່ວນທົ່ວປະເທດ; ໃນ ນັ້ນມີ 4 ກະຊວງ, 1 ນະຄອນຫຼວງ ວຽງຈັນ ແລະ 17 ແຂວງ, ສໍາລັບແຂວງສະຫວັນນະເຂດເຮົາ ໄດ້ສົ່ງເຂົ້າ 19 ປະເພດກິລາ, ມີ ຈໍານວນພົນທັງໝົດ 336 ຄົນ, ຍິງ 105 ຄົນ ໃນນັ້ນ, ນັກກິລາ 234 ຄົນ, ຍິງ 94 ຄົນ, , ຄູຝືກ 53 ຄົນ, ຄະນະສະຫະພັນ 17 ທ່ານ, ແພດ 6 ທ່ານ, ການນໍາ 10 ທ່ານ, ກອງເລຂາ, ເສດຖະກິດ ແລະສື່ມວນຊົນ 16 ທ່ານ; ທີ່ມີການຊິງຫຼຽນຄໍາທັງໝົດ 361 ຫຼຽນ, ຫຼຽນເງິນ 361 ຫຼຽນ. ຫຼຽນທອງ 541 ຫຼຽນ.


    ຈາກຜົນສໍາເລັດໃນການ ເຂົ້າຮ່ວມການແຂ່ງຂັນທັບນັກ ກິລາແຂວງສະຫວັນນະເຂດ ແມ່ນສາມາດສ້າງຜົນງານໄດ້ຢ່າງໜ້າພໍໃຈ ຈັດຢູ່ລຳດັບທີ5 ຕາຕະລາງການແຂ່ງຂັນ ຍາດຫຼຽນຄໍາໄດ້ 24 ຫຼຽນ, ໄດ້ຈາກກິລາແລ່ນ-ລານ ມີ 8 ຫຼຽນ, ລອຍນໍ້າ 5 ຫຼຽນ, ຢູໂດ 2 ຫຼຽນ, ປັນຈາສີລັດ 2 ຫຼຽນ, ຍິງທະນູ 2 ຫຼຽນ, ລົດຖີບ 2 ຫຼຽນ, ມວຍລາວ 1 ຫຼຽນ, ເທຄວັນໂດ 1 ຫຼຽນ, ເທັນນິດ 1 ຫຼຽນ; ຫຼຽນເງິນ 32 ຫຼຽນໄດ້ແກ່ກິລາ ແລ່ນ-ລານ 7 ຫຼຽນ, ລອຍນໍ້າ 7 ຫຼຽນ, ຢູໂດ 4 ຫຼຽນ, ປັນຈາສີລັດ 2 ຫຼຽນ, ເທຄວັນໂດ 4 ຫຼຽນ, ມວຍລາວ 1 ຫຼຽນ, ເທັນນິດ 1 ຫຼຽນ, ມວຍສາກົນ 1 ຫຼຽນ, ຄາລາເຕໂດ 1 ຫຼຽນ, ບານສົ່ງຍິງ1 ຫຼຽນ, ເບຕັງ 1 ຫຼຽນ, ກັອບ 1 ຫຼຽນ, ດອກປີກໄກ່ 1 ແລະຫຼຽນທອງ 37 ຫຼຽນ ໄດ້ແກ່ແລ່ນ-ລານ 4 ຫຼຽນ, ລອຍນໍ້າ 5 ຫຼຽນ, ຢູໂດ 5 ຫຼຽນ, ປັນຈາສີລັດ 3 ຫຼຽນ, ຍິງທະນູ 3 ຫລຽນ, ລົດຖີບ 1 ຫຼຽນ, ເທຄວັນໂດ 1 ຫຼຽນ, ມວຍລາວ 2 ຫຼຽນ, ເທັນນິດ 1 ຫຼຽນ, ມວຍສາກົນ 2 ຫຼຽນ, ຄາລາເຕໂດ 1 ຫຼຽນ, ກະຕໍ້ 6 ຫຼຽນ, ຍິງປືນ 2 ຫຼຽນ, ບານບ້ວງ 1 ຫຼຽນ ລວມທັງໝົດໄດ້ 93 ຫຼຽນ.


    ນີ້ແມ່ນຜົນງານຂອງທັບນັກ ກິລາແດນພໍ່ກະດວດຜູ້ລືນາມ ທີ່ໄດ້ສ້າງຊື່ສຽງມາສູ່ປິຕິພູມ ໂດຍທ່່ານເຈົ້າແຂວງສະຫວັນນະເຂດ ຈິ່ງຕັດສິນໃຈມອບເງິນອັດສີດຈໍານວນ 995 ລ້ານກີບ ເພື່ອເປັນຂວັນກຳລັງໃຈໃຫ້ນັກກິລາ ແລະຄະນະຄູຝຶກທີ່ສ້າງຜົນງານ ເພື່ອແຂວງໃນຄັ້ງນີ້. ໃນນັ້ນ ໃຫ້ເປັນຄ່າບໍາເນັດນັກກິລາທີ່ມີ ຜົນງານຍາດຫຼຽນປະເພດ ຕ່າງໆມາໄດ້ຈໍານວນ 822 ລ້ານກີບ ແລະບໍາເນັດຄູຝຶກຈໍານວນ 137 ລ້ານກີບ.

    ໃຫ້ປະເພດ ກິລາແລ່ນ-ລານຈໍານວນ 258, 4 ລ້ານກີບ; ລອຍນໍ້າ 161 ລ້ານ, ຢູໂດ 81,6 ລ້ານ, ປັນຈາສີລັດ 56 ລ້ານ, ຍິງທະນູ 41,4 ລ້ານ, ລົດຖີບ 30,4 ລ້ານ, ເທຄວັນໂດ 51 ລ້ານ, ມວຍລາວ-ມວຍສາກົນ 47,4 ລ້ານ, ເທັນນິດ 36,8 ລ້ານ, ຄາລາເຕໂດ 12,8 ລ້ານ, ບານສົ່ງຍິງ 72 ລ້ານ, ກອ໊ບ 24 ລ້ານ, ເປຕັງຊາຍ 24 ລ້ານ, ດອກປີກໄກ່ 12 ລ້ານ, ກະຕໍ້ 26,4 ລ້ານ ແລະຍິງປືນ 19,8 ລ້ານກີບ ໂດຍມີທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າ ແຂວງສະຫວັນນະເຂດ ພ້ອມການ ນໍາຂັ້ນແຂວງໃຫ້ກຽດມອບ ຂອງຂວັນ ແລະລາງວັນ. ດ້ວຍ ການເຂົ້າຮ່ວມຈາກຂະແໜງການ ແລະນັກກິລາ.

    ຊົມເຊີຍນັກກິລາທຸກຄົນ ແລະຂໍໃຫ້ຕັ້ງໃຈຝຶກຝົນຫຼໍ່ຫຼອມສີມືຕໍ່ໄປກຽມພ້ອມເຂົ້າແຂ່ງຂັນໃນຄັ້ງທີ 12 ທີ່ນະຄອນຫຼວງວຽງຈັນຈະເປັນເຈົ້າພາບໃນປີ 2025 ໃຫ້ໄດ້ໝາກຜົນດີກວ່າເກົ່າ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.