ວັນທີ 5 ມັງກອນ 2022 ນີ ພາສີປະຈໍາແຂວງບໍ່ແກ້ວ ແຈ້ງການເຖິງບຸກຄົນ, ນິຕິບຸກຄົນ, ຫົວຫນ່ວຍທຸລະກິດ ແລະ ອົງການຈັດຕັ້ງຂັ້ນຕ່າງໆ ຜູ້ທີ່ມີຄວາມສົນໃຈໃນການປະມຸນ ຊາບວ່າ ກົມພາສີ, ພາສີປະຈໍາແຂວງ ມີສີນຄ້າ, ເຄື່ອງຂອງປະເພດພາຫະນະ ທີ່ໄດ້ຮິບໄວ້ເປັນຂອງລັດ ຈໍານວນ 20 ຄັນ.
ທ່ານທີ່ຕ້ອງການສະສາງອອກດ້ວຍຮູບການປະມູນເປີດກວ້າງ ແລະ ມີຄວາມສົນໃຈຢາກເຂົ້າຮ່ວມປະມູນ ແຂ່ງຂັນລາຄາ, ລາຍລະອຽດແມ່ນໃຫ້ຕິດຕໍ່ ຊື້ຊອງປະມູນທີ່ຫ້ອງການພາສີປະຈໍາແຂວງບໍ່ແກ້ວ.
ທ່ານໃດທີ່ມີຄວາມສົນໃຈເຂົ້າແຂ່ງຂັນປະມູນ ສາມາດເຂົ້າມາພົວພັນ ນໍາເຈົ້າໜ້າທີ່ພາສີ ແລະ ເບິ່ງພາຫະນະຕົວຈິງໄດ້.ການຂາຍຊອງປະມູນແມ່ນ ໃນລາຄາ 500.000 ກີບ/ຊອງ ເລີ່ມແຕ່ວັນທີ 6 ມັງກອນ 2023 ຫາວັນທີ 13 ມັງກອນ 2023, ທີ່ຫ້ອງພາສີປະຈໍາແຂວງບໍ່ແກ້ວ ແລະ ວັນເປີດຊອງປະມູນແມ່ນວັນທີ 16 ມັງກອນ 2023, ເວລາ 9 ໂມງ 00 ນາທີ, ທີ່ຫ້ອງປະຊຸມ ຊັ້ນສີ່ ພະແນກການເງິນແຂວງ.ດັ່ງນັ້ນ, ຈິ່ງແຈ້ງມາຍັງບັນດາທ່ານ ທີ່ມີຄວາມສົນໃຈຢາກເຂົ້າຮ່ວມປະມູນຊາບ.
ແຂວງບໍ່ແກ້ວ ເປີດປະມູນຂາຍລົດທີ່ຢຶດໄດ້ຈາກນຳເຂົ້າບໍ່ຖືກຕ້ອງ ລາຄາ 500.000 ກີບ/ຊອງ
ແຂວງບໍ່ແກ້ວ ເປີດປະມູນຂາຍລົດທີ່ຢຶດໄດ້ຈາກນຳເຂົ້າບໍ່ຖືກຕ້ອງ ລາຄາ 500.000 ກີບ/ຊອງ
ປະມູນລົດ ເປີດທີ່ລາຄາ1.000.000ກີບ