ໃນໄລຍະປີ 2022 ຜ່ານມາ, ໂດຍການຈັດຕັ້ງປະຕິບັດແຜນຍຸດທະສາດ ວາລະແຫ່ງຊາດປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ເຈົ້າໜ້າທີ່ຕໍາຫລວດວິຊາສະເພາະ ປກສ ແຂວງ ບໍລິຄໍາໄຊ ໄດ້ເອົາໃຈໃສເຄື່ອນໄຫວຈັດຕັ້ງປະຕິບັດຢ່າງເຂັ້ມງວດອອກກວດກາສາມາດຈັບຕົວຜູ້ເຄື່ອນໄຫວຄ້າຂາຍ, ຂົນສົ່ງ ແລະ ເສບຢາເສບຕິດມາ
ແກ້ໄຂດໍາເນີນຄະດີໃນທົ່ວແຂວງມີຄະດີຢາເສບຕິດເກີດຂຶ້ນທັງໝົດ 391 ເລື່ອງ. ທຽບໃສ່ປີ 2021 ຜ່ານມາ ເພີ່ມຂຶ້ນ 111 ເລື່ອງ. ກັກຕົວຜູ້ຖືກຫາໄດ້ 600 ຄົນ, ຍິງ 48 ຄົນ, ຄົນຕ່າງປະເທດ 6 ຄົນ, ສາມາດຢຶດຂອງກາງໄດ້ ຢາບ້າ 2.676.377 ເມັດ. ຢາໄອ້ 145 ກິໂລກຣາມ, ຢາອີ 196 ເມັດ. ເຮໂລອິນ 35,5 ກິໂລກຣາມ,
ຄັນຊາແຫ້ງ 8.061 ກິໂລກຣາມ, ຢາຝິ່ນ 500 ກຣາມ, ຢາເຄ 14 ກຣາມ, ກາເຟຊອງປະສົມສານເສບຕິດ 783 ຊອງ, ກາເຟປ໋ອງປະສົມສານເສບຕິດ 87 ປ໋ອງ, ລົດໃຫຍ່ 23 ຄັນ, ລົດຈັກ 74 ຄັນ, ເຮືອຈັກຫາງຍາວ 3 ລໍາ, ລະເບີດປ້ອມ 1 ໜ່ວຍ, ປືນສັ້ນດັດແປງ 4 ກະບອກ, ໝາກແຕກ 3 ໜ່ວຍ ແລະ ເຄື່ອງຂອງກາງອື່ນໆຈໍານວນໜຶ່ງ.
ນອກນັ້ນຍັງໄດ້ສົມທົບກັບກໍາລັງ ປກຊ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງກວດກາ ແລະ ທໍາລາຍສວນຝິ່ນ, ສວນຄັນຊາ ໃນ 3 ເມືອງ ພູດອຍ ຄື: ທໍາລາຍສວນຝິ່ນ 17 ສວນ, ເນື້ອທີ່ 10,5 ເຮັກຕ່າ, ກັກຜູ້ຖືກຫາໄດ້ 3 ຄົນ ແລະ ທໍາລາຍສວນຄັນຊາໄດ້ 223 ສວນ, ເນື້ອທີ່ 178 ເຮັກຕ່າ, ກັກຜູ້ຖືກຫາໄດ້ 7 ຄົນ.
ປີ 2022 ແຂວງບໍລິຄໍາໄຊ ມີຄະດີຢາເສບຕິດເກີດຂຶ້ນ 391 ເລື່ອງ ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 111 ເລື່ອງ