ສຳນັກຂ່າວໄທລາຍງານວ່າ: ໃນຕອນເຊົ້າຂອງວັນທີ 6 ມັງກອນ 2023 ສະຖານີຕຳຫລວດ ຮ້ອຍເວດສອບສວນ ເມືອງຮ້ອຍເອັດ ໄດ້ຮັບແຈ້ງວ່າມີເຫດທຳຮ້າຍຮ່າງກາຍດ້ວຍມີດ ພາຍໃນໂຮງຮຽນ ບ້ານເລົ້າວິທະຍາຄານ ຕຳບົນໜອງແກ້ວ ອຳເພີເມືອງ ຈັງຫວັດຮ້ອຍເອັດ ມີນັກຮຽນເສຍຊີວິດ 1 ຄົນ ແລະ ບາດເຈັບ 1 ຄົນ.
ເບື້ອງຕົ້ນຄູລາຍງານໃຫ້ຮູ້ວ່າ: ກ່ອນເກີດເຫດຊາຍຄົນດັ່ງກ່າວໄດ້ຂັບລົດຈັກຕາມທ້າຍລົດມາ ເຊິ່ງຕົນເອງຄິດວ່າເປັນຜູ້ປົກຄອງຂອງນັກຮຽນທີ່ລືມເອົາເງິນໃຫ້ ກ່ອນທີ່ລົດຮັບສົ່ງຈະມາຮອດບໍລິເວນໜ້າໂຮງຮຽນເພື່ອໃຫ້ນັກຮຽນຍ່າງເຂົ້າໂຮງຮຽນ ຂະນະນັ້ນ ຊາຍຄົນດັ່ງກ່າວກໍໄດ້ຈັບມີດອອກມາແລ້ວແລ່ນຂຶ້ນລົດ ກ່ອນທີ່ຈະແທງຜູ້ເສຍຊີວິດ 1 ຄັ້ງ ແລ້ວ
ລາກລົງໄປແທງຊ້ຳອີກເທື່ອທີ 2 ຈາກນັ້ນຕົນເອງຈຶ່ງໄດ້ຮ້ອງຂໍຄວາມຊ່ວຍເຫລືອຈາກປະຊາຊົນທີ່ຢູ່ບໍລິເວນນັ້ນມາຊ່ວຍ ແລະ ສາມາດຈັບຕົວຄົນຮ້າຍໄດ້.ຈາກນັ້ນເຈົ້າໜ້າທີ່ຈຶ່ງຄຸມຕົວຜູ້ກໍ່ເຫດພ້ອມມີດ ສົ່ງພະນັກງານສອບສວນ ເພື່ອທຳການສືບສວນ-ສອບສວນເພີ່ມເຕີມ ດຳເນີນຕາມກົດໝາຍຕໍ່ໄປ.