ເຕືອນ ການສັນຈອນໃຫ້ມີສະຕິລະມັດລະວັງ ເນື່ອງຈາກທາງເປ່ເພໜັກ ແລະ ພວມປັບປຸງແກ້ໄຂ

    0
    62

    ເຈົ້າເມືອງໆປາກງື່ມນະຄອນຫລວງວຽງຈັນຮຽກຮ້ອງເຖິງຜູ້ໃຊ້ລົດໃຊ້ຖະຫນົນຢູ່ເສັ້ນທາງ ເຂດເມືອງປາກງື່ມໃນໄລຍະນີ້ໃຫ້ມີສະຕິລະມັດລະວັງໃນການຂັບຂີ່ພາຫະນະປະເພດຕ່າງໆ, ເນື່ອງຈາກຫລາຍຈຸດພວມໄດ້ຮັບການປັບປຸງ ແລະບາງຈຸດຍັງເປ່ເພເສຍຫາຍຫນັກ ເຊິ່ງອາດເຮັດໃຫ້ເກີດອຸບັດຕິເຫດໄດ້.

    ທ່ານ ຄໍາຫມູນ ຕຽງທະລາດ ເຈົ້າເມືອງໆປາກງື່ມ ໃຫ້ສຳພາດວ່າ: ປະຈຸບັນພາກສ່ວນກ່ຽວຂ້ອງ ພວມດໍາເນີນການປັບປຸງສ້ອມແປງເສັ້ນທາງຢູ່ເຂດເມືອງປາກງື່ມໃຫ້ສາມາດສັນຈອນໄປ-ມາໄດ້ ຢ່າງສະດວກ, ຈຶ່ງຮຽກຮ້ອງໃຫ້ປະຊາຊົນກໍ່ຄືຜູ້ໃຊ້ລົດໃຊ້ຖະຫນົນໄລຍະນີ້ໃຫ້ມີສະຕິລະມັດລະວັງໃນການຂັບຂີ່ພາຫະນະ ເນື່ອງຈາກບາງຈຸດພວມສ້ອມແປງແລະ

    ບາງຈຸດຍັງມີສະພາບເປເພເສຍຫາຍຫນັກ ໂດຍສະເພາະເຂດບ້ານສົມສະຫວາດ ຫາຂົວບ້ານໄຮ່ ຫລາຍຈຸດຍັງເປ່ເພ ແລະເສັ້ນທາງເລກ 0120 ເຮັດໃຫ້ການສັນຈອນໄປມາມີຄວາມຫຍຸ້ງຍາກຫລາຍສົມຄວນ.

    ທ່ານຄໍາໝູນ ຕຽງທະລາດ ໃຫ້ຮູ້ຕື່ມວ່າ: ສຳລັບເສັ້ນທາງສາຍຫລັກທີ່ຜ່ານເມືອງປາກງຶ່ມມີສາມເສັ້ນທາງຄື: ເສັ້ນທາງຫລວງແຫ່ງຊາດເລກທີ 13 ໃຕ້, ເສັ້ນທາງເລກທີ 11

    ໃຕ້ ແລະເສັ້ນທາງ ເລກທີ 0120 ທີ່ລັດອອກໄປຫາແຂວງວຽງຈັນ, ທັງສາມເສັ້ນທາງນີ້ ເປັນເສັ້ນທາງຍຸດທະສາດ ຖ້າສ້ອມແປງໃຫ້ມີສະພາບດີຈະເປັນທ່າແຮງຫນຶ່ງ ທີ່ສາມາດດຶງດູດການທ່ອງທ່ຽວໃຫ້ເມືອງປາກງື່ມໄດ້ເປັນຢ່າງດີ ນອກນີ້ຍັງອຳນວຍຄວາມສະດວກໃຫ້ການຂົນສົ່ງ ແລະການຜະລິດຂອງປະຊາຊົນພາຍໃນເມືອງໄດ້ຢ່າງສະກວກສະບາຍຂຶ້ນ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.